ສະຫະປະຊາຊາດຮຽກຮ້ອງຈົ່ງລະງັບພາຍຫຼັງເຫດນັກວິທະຍາສາດອີຣານ ຖືກລອບສັງຫານ

(VOVWORLD) -ພະຄາດີນັນ Ali Khamenei ຖະແຫຼງວ່າ, ປະເທດນີ້ຈະມີການກະທຳໂຕ້ຕອບ

ສະຫະປະຊາຊາດຮຽກຮ້ອງຈົ່ງລະງັບພາຍຫຼັງເຫດນັກວິທະຍາສາດອີຣານ ຖືກລອບສັງຫານ - ảnh 1 ປະຈຸບັນຍັງບໍ່ທັງມີຂໍ້ມູນກ່ຽວກັບກຸ່ມມືປືນດຳເນີນເຫດບຸກໂຈມຕີເທື່ອ

(ພາບ:  AFP/TTXVN)

 ວັນທີ 28 ພະຈິກ, ສະຫະປະຊາຊາດ ໄດ້ຮຽກຮ້ອງຈົ່ງລະງັບພາຍຫຼັງຄວາມເຄັ່ງຕຶງຖືກເພີ່ມຂຶ້ນຢູ່ຕາເວັນອອກກາງ ທີ່ກ່ຽວຂ້ອງເຖິງເຫດນັກວິທະຍາສາດນິວເຄຼຍ Mohsen Fakhrizadeh ຂອງອີຣານ ຖືກລອບສັງຫານ. ໃນຂະນະນັ້ນ, ກະຊວງການຕ່າງປະເທດຊີຣີ ເອີ້ນເຫດລອບສັງຫານນັກວິທະຍາສາດນິວເຄຼຍນີ້ແມ່ນ “ການກະທຳກໍ່ການຮ້າຍ”, ພ້ອມທັງກ່າວເຕືອນວ່າ ເຫດການນີ້ອາດຈະເຮັດໃຫ້ຄວາມເຄັ່ງຕຶງຢູ່ພາກພື້ນຖືກເພີ່ມຂຶ້ນ. ສ່ວນພະຄາດີນັນ Ali Khamenei ຖະແຫຼງວ່າ, ປະເທດນີ້ຈະມີການກະທຳໂຕ້ຕອບ, ພ້ອມທັງຢືນຢັນວ່າ ກິດຈະກຳຄົ້ນຄວ້າຂອງທ່ານ Mohsen Fakhrizadeh ຈະສືບຕໍ່ໄດ້ຮັບການປະຕິບັດ. ປະຈຸບັນຍັງບໍ່ທັງມີຂໍ້ມູນກ່ຽວກັບກຸ່ມມືປືນດຳເນີນເຫດບຸກໂຈມຕີເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ