ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ຣົບ ຊຸກ​ຍູ້​ການ​ຮ່ວມ​ມື​ພາຍ​ໃນ​ກຸ່ມ

(VOVWORLD) -ວັນທີ 9 ທັນວາ, ພາຍຫຼັງກອງປະຊຸມຂອງສະພາເສດຖະກິດສູງສຸດ ອາຊີ - ເອີຣົບ, ການນຳບັນດາປະເທດສະມາຊິກ ລວມມີ ສະຫະພັນ ລັດເຊຍ, ອາກເມເນຍ, ເບລາຣຸດ, ກາຊັກສະຖານ ແລະ ກຽກກີສະຖານ ໄດ້ຮັບຮອງເອົາເອກະສານ 15 ສະບັບ, ໃນນັ້ນ ມີຂໍ້ຕົກລົງວ່າດ້ວຍການເລີ່ມດຳເນີນການເຈລະຈາກັບ ສະຫະລັດ ອາຣັບ ເອັມມີເລດ ກ່ຽວກັບສັນຍາການຄ້າເສລີ. 

        ໃນຂອບເຂດກອງປະຊຸມສຸດຍອດ ສະຫະພັນເສດຖະກິດ ອາຊີ - ເອີຣົບ (EAEU) ຢູ່ນະຄອນຫຼວງ Bishkek ຂອງ ກຽກກີສະຖານ, ວັນທີ 9 ທັນວາ, ພາຍຫຼັງກອງປະຊຸມຂອງສະພາເສດຖະກິດສູງສຸດ ອາຊີ - ເອີຣົບ, ການນຳບັນດາປະເທດສະມາຊິກ ລວມມີ ສະຫະພັນ ລັດເຊຍ, ອາກເມເນຍ, ເບລາຣຸດ, ກາຊັກສະຖານ ແລະ ກຽກກີສະຖານ ໄດ້ຮັບຮອງເອົາເອກະສານ 15 ສະບັບ, ໃນນັ້ນ ມີຂໍ້ຕົກລົງວ່າດ້ວຍການເລີ່ມດຳເນີນການເຈລະຈາກັບ ສະຫະລັດ ອາຣັບ ເອັມມີເລດ ກ່ຽວກັບສັນຍາການຄ້າເສລີ. ການນຳບັນດາປະເທດດັ່ງກ່າວ ກໍໄດ້ເຫັນດີເປັນເອກະພາບກ່ຽວກັບທິດທາງພື້ນຖານໃນການເຄື່ອນໄຫວສາກົນຂອງສະຫະພັນ EAEU ໃນປີ 2023 ແລະ ອະນຸມັດຜ່ານງົບປະມານການເຄື່ອນໄຫວຂອງສະຫະພັນ.

        ເຂົ້າຮ່ວມກອງປະຊຸມ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ສະໜັບສະໜູນໃຫ້ສ້າງຕັ້ງອົງການປະສານງານພະລັງງານໃນ EAEU ເພື່ອແນໃສ່ຮັບປະກັນການສະໜອງພະລັງງານໃຫ້ບັນດາພື້ນຖານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ