ສະຫະພາບເອີລົບ ໄດ້ກໍ່ຄວາມດັ່ນຕໍ່ ປະທານາທິບໍດີອູແກຼມ

ສະຫະພາບເອີລົບ ໄດ້ກໍ່ຄວາມດັ່ນຕໍ່ ປະທານາທິບໍດີອູແກຼມ - ảnh 1
(ພາບປະກອບ: Reuters)

(vovworld) - ວັນ​ທີ 07/12, ສະຫະພາບ​ເອີ​ລົບ (EU) ສືບ​ຕໍ່​ກໍ່​ຄວາມ​ກັດ​ຕໍ່​ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ປະທານາທິບໍ​ດີ ອູ​ແກຼມ Viktar Yanukovych ​​ເມື່ອ​ຖະ​ແຫຼ​ງວ່າ EU ສາມາດ​ຫ້າມ​​ເຈົ້າ​ໜ້າທີ່​ຈຳນວນ​ໜຶ່ງ​ຂອງ​ອູ​ແກຼມ ​ເຂົ້າ​ເມືອງ. ທ່ານ​ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດລັດຖະສະພາ​ເອີ​ລົບ Elmar Brok ​​ໄດ້ຖະ​ແຫຼ​ງວ່າ ຖ​້າຫາກ​ທ່ານປະທານາທິບໍ​ດີ Viktar Yanukovych ບໍ່​​ລົງ​​ໂທດ​​ບັນດາ​ຜູ້​ທີ່​ໃຊ້​ຄວາມຮຸນ​ແຮງ​ເພື່ອ​ປາບ​ປາມ​ນັກ​ສຶກສາ​ຢູ່​ສະໜາມ​ຫຼວງ​ເອກະລາດ​ຢູ່ Kiev ​ໃນ​ວັນ​ທີ 30/11, EU ຈະ​ຫ້າມເຈົ້າ​ໜ້າ​ທີ່​ບາງ​ທ່ານ​ຂອງ​ອູ​ແກຼມ ເຂົ້າ​ເມືອງ. ຕາມ​ທ່ານ Bork ​ແລ້ວ, Kiev ຕ້ອງ​ນຳ​ໃຊ້​ບັນດາ​ມາດ​ຕະການ​ລົງ​​ໂທດ​ສຳລັບ​ຜູ້​​ຮັບຜິດຊອບ​ຕໍ່​ການ​ກະທຳ​ດັ່ງກ່າວ. ປະຕິກິລິຍາ​ຕໍ່​ຖະ​ແຫຼ​ງການດັ່ງ​ກ່າວ, ​ບັນດາ​ສະມາ​ຊິກສະພາ​ຂອງພັກກຳ​ອຳນາດ ​ແລະ ພັກ​ກອມ​ມູນິດ​ອູ​ແກຼມ ຖື​ນີ້ວ່າ ​ແມ່ນ​ການ​ເຄື່ອນ​ໄຫວ​ແຊກ​ແຊງ​​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ອູ​ແກຼມ.

ຂ່າວ/ບົດ​ອື່ນ