ສະເຫຼີມສະຫຼອງ 101 ແຫ່ງວັນປະທານ ໂຮ່ຈີມິນ ໄປຊອກຫາເສັ້ນທາງກູ້ຊາດ

ສະເຫຼີມສະຫຼອງ 101 ແຫ່ງວັນປະທານ ໂຮ່ຈີມິນ ໄປຊອກຫາເສັ້ນທາງກູ້ຊາດ - ảnh 1
ເດັກນ້ອຍເຍົາວະຊົນສະແດງສິລະປະໃນພິທີສະເຫຼີມສະຫຼອງ 101 ປີແຫ່ງວັນປະທານໂຮ່ຈີມິນ
ເດີນທາງຊອກຫາເສັ້ນທາງກູ້ຊາດ (ພາບ: http://nld.com.vn)

(vovworld) -  ຕອນ​ເຊົ້າ​ວັນ​ທີ 5/6, ຄະນະ​ຈັດ​ຕັ້ງ​ບັນດາ​ງານ​ບຸນ​ໃຫຍ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 101 ປີ ​ແຫ່ງ​ວັນປະທານ ​ໂຮ່ຈີ​ມິນ ​​ໄປ​ຊອກ​ຫາ​ເສັ້ນທາງ​ກູ້​ຊາດ (5/6/1911-5/6-2012). ນະ​ພິທີ, ຫົວໜ້າ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ນະຄອນ ​ໂຮ່ຈີ​ມິນ Nguyen Thanh Rum ຊີ້​ແຈ້ງວ່າ: ​ເຫດການປະທານ ​ໂຮ່ຈີ​ມິນ ​​ໄປ​ຊອກ​ຫາ​ເສັ້ນທາງ​ກູ້​ຊາດ ​ແມ່ນ​ການ​ເປີດ​ສາດ​​ຂະ​ບວນການ​ອັນ​ຍິ່ງ​ໃຫຍ່, ລຳບາກ, ອົງອາດກ້າຫານ ​ແລະ ມີ​ຫົວຄິດ​ປະດິດສ້າງຂອງ​ປະທານ​ໂຮ່ຈີ​ມິນ​ໃນ​ຕະຫຼອດ​ໄລຍະ 30 ປີ ​​ແຫ່ງ​ຊອກ​ຫາ​ເສັ້ນທາງ​ປົດ​ປ່ອຍ​ຊາດ​. ນີ້​ແມ່ນ​ຂີດ​ໝາຍ​ໄລຍະ​ປະຫວັດສາດ​ອັນ​ສະຫງ່າ​ລາສີ, ​ເປີດ​ຊ່ອງ​ທາງ​​ເພື່ອ​ຍາດ​ເອົາ​ເອກະລາດ, ​ເສລີພາບ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ກ້າວ​ຂຶ້ນ​ກໍ່ສ້າງ​ສັງຄົມ​ນິຍົມ​ຢ່າງ​ໝັ້ນຄົງ. ດ້ວຍ​ຄວາມ​ອາ​ໄລ​ຫາ ​ແລະ ຮູ້ບຸນຄຸນຕໍ່​ປະທານ​ໂຮ່ຈີ​ມິນ, ອົງຄະ​ນະ​ພັກ ​ແລະ ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ​ຍາມ​ໃດ​ກໍ່​ຫຼໍ່​ຫຼອມ, ຮັກສາ​ນ້ຳ​ໃຈ​ສັດ​ຊື່​ບໍລິສຸດ, ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ພ້ອມ​ກັບ​ພັກ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົດ​ປ່ອຍ​ຊາດ ​ແລະ ກໍ່ສ້າງ​ລັດທິ​ສັງຄົມ​ນິຍົມ​ຕາມ​ເສັ້ນທາງ​ເຊິ່ງປະທານ​ ໂຮ່ຈີ​ມິນ ​ໄດ້​ເລືອກ​ເຝັ້ນ. ​ໃນ​ວັນ​ດຽວ​ກັນຊາ​ວນະຄອນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ຖະຫວາຍ​ທູບ​ທຽນ, ​ໄປ​ທ່ຽວ​ຊົມ​ງານ​ວາງສະ​ແດງ​ບັນດາ​ວັດຖຸ​ພັນ, ຮູບ​ພາບ​ກ່ຽວ​ກັບ​ຊີວິດ, ພາລະກິດ ​ແລະ ການ​ເຄື່ອນ​ໄຫວ​ປະຕິວັດ, ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ຂອງ​ປະທານ​ໂຮ່ຈີ​ມິນ.

ຂ່າວ/ບົດ​ອື່ນ