ສະເຫຼີມສະຫຼອງ 20 ປີແຫ່ງວັນ ສ້າງຕັ້ງກຳມາທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບ

ສະເຫຼີມສະຫຼອງ 20 ປີແຫ່ງວັນ ສ້າງຕັ້ງກຳມາທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບ - ảnh 1
(ພາບປະກອບ)

(vovworld) -     ຕອນ​ບ່າຍ​ວັນ​ທີ 26/9, ​ກຳມາທິການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ສະພາ​ແຫ່ງ​ຊາດຫວຽດນາມໄດ້​ຈັດພິທີສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ (25/9/1992 – 25/9/2012). ວັນ​ທີ 25/9/1992, ທີ່​ກອງ​ປະຊຸມ​ສະ​ໄມ​ສາມັນ​ຄັ້ງ​ປະຖົມມະ​ເລີກສະພາ​ແຫ່ງ​ຊາດຫວຽດນາມ​ຊຸດ​ທີ 9 ​ໄດ້ຕົກລົງ​ສ້າງ​ຕັ້ງ​ກຳມາທິການ​ປ້ອງ​ກັນຊາດປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ສະພາ​ແຫ່ງ​ຊາດ. 20 ປີທີ່​ຜ່ານ​ມາ, ​ກຳມາ​ທິການ ​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ກວດກາ, ຊ່ວຍ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ປັບປຸງ, ສ້າງສຳ​​ເລັດຮ່າງ​ກົດ​ໝາຍ 10 ສະບັບ, ຮ່າງ​ລັດຖະບັນຍັດ 10 ສະບັບ​ຂຶ້ນ​ກັບຂົງ​ເຂດ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ​ໃນ​ນັ້ນ​ມີ​ບັນ​ດາ​​ຮ່າງ​ກົດໝາຍ, ວາງ​ລັດຖະບັນຍັດ​ທີ່ສຳຄັນ​ຄື; ກົດໝາຍວ່າ​ດ້ວຍ​ການ​ປ້ອງ​ກັນຊາ​ດ, ກົດ​ໝານ​ວ່າ​ດ້ວຍ​ຕຳຫຼວດ​ປະຊາຊົນ, ກົດໝາຍ​ວ່າ​ດ້ວຍ​ຄວາມ​ສະຫງົບ​ແຫ່ງ​ຊາດ… ກຳມາທີການ​​ໄດ້​ເປັນ​ເຈົ້າ​ການ, ​ປະຕິບັດ​ບົດບາດ​ໜ້າ​ທີ່​ຂອງ​ຕົນ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍຢ່າງຕັ້ງໜ້າ,  ມີ​ການ​ປະກອບສ່ວນສຳ​ຄັນ​ເຂົ້າ​ໃນ​ການສ້າງ​ສຳ​ເລັດ​ລະບົບ​ກົດໝາຍ​ທີ່ຂຶ້ນ​ກັບຂົງ​ເຂດ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ສ້າງ​ກຳລັງປະກອບ​ອາວຸດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຜ່ານ​ນັ້ນ​ເພີ່ມ​ທະວີ​ບົດບາດຊີ້​ນຳ ນຳ​ພາຂອງ​ພັກ ​ແລະ ການ​ຄຸ້ມ​ຄອງ​ຂອງ​ລັດ ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ຕອບ​ສະ​ໜອງ​ເລື່ອງ​ສ້າງ​ກຳລັງ​ຄວາມ​ສາມາດ​ຂອງ​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ສ້າງ​ພື້ນຖານ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ຊາດ ​ໃຫ້​ນັບ​ມື້​ນັບ​ເຂັ້ມ​ແຂງ.

        ກ່າວ​ຄຳ​ເຫັນນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ໄດ້​ຢືນຢັນ​ວ່າ ຍາມ​ໃດ ພັກ, ລັດ​ ຫວຽດນາມ ​ໄດ້ກຳ​ນົດ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດສັງຄົມ​ນິຍົມແມ່ນສອງ​ໜ້າ​ທີ່​ຍຸດ​ທະ​ສາດ, ​ໃນ​ນັ້ນ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ແມ່ນ​ໜ້າ​ທີ່​ເປັນ​ປະຈຳ ​ແລະ ສຳຄັນ​ຍິ່ງ​ຂອງ​ທົ່ວ​ປວງ​ຊົນ, ຂອງ​ທັງ​ລະບົບ​ການ​ເມືອງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ສະ​ເໜີ​ວ່າ ​ໃນ​ສະພາບ​ການ​ຄື​ປະຈຸ​ບັນ, ກຳມາ​ທິການປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ຕ້ອງ​ສືບ​ຕໍ່​ຮັບຜິດຊອບ​ໜ້າ​ທີ່, ຕາມແຜນ​ນະ​ໂຍບາຍ, ​ແນວທາງ, ທັດສະນະ​ຂອງ​ພັກ ກ່ຽວ​ກັບ​ຂົງ​ເຂດ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ; ກຳ​ໄດ້​ສະພາບ​ການຢ່າງທັນ​ການ, ​ເປັນ​ເຈົ້າ​ການ​ໃນ​ວຽກ​ງານ​​ເປັນເສນາ​ທິການ​ໃຫ້​ສະພາ​ແຫ່ງ​ຊາດ ​ວາງ​ອອກ​ບັນດາ​ນະ​ໂຍບາຍ, ກົດໝາຍ​ທີ່​ເໝາະ​ສົມ ​ເພື່ອ​ແນ​ໃສ່​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ປົກ​ປັກ​ຮັກສາ​ເອກະລາດ, ຜືນ​ແຜນດິນອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ