ສະເຫຼີມສະຫຼອງ 30 ປີແຫ່ງວັນດຳເນີນການຕໍ່ສູ້ປົກປັກຮັກສາດອນຫີນ ກາກມາ ຂຶ້ນກັບໝູ່ເກາະເຈືອງຊາ

(VOVWORLD) - ທີ່ການພົບປະ, ບັນດານັກຮົບເກົ່າ ເຈືອງຊາ ໄດ້ພ້ອມກັນຫວນຄືນບັນດາອະນຸສອນທີ່ສະຫງ່າອົງອາດ, ກ້າແກ່ນ ຈັບປືນເພື່ອປົກປັກຮັກສາເຂດທະເລ, ເກາະເຈືອງຊາ
ສະເຫຼີມສະຫຼອງ 30 ປີແຫ່ງວັນດຳເນີນການຕໍ່ສູ້ປົກປັກຮັກສາດອນຫີນ ກາກມາ ຂຶ້ນກັບໝູ່ເກາະເຈືອງຊາ  - ảnh 1ບັນດານັກຮົບເກົ່າພົບປະເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີິ  ແຫ່ງວັນດຳເນີນການຕໍ່ສູ້ປົກປັກຮັກສາດອນຫີນ ກາກມາ (ພາບ: TTXVN)

ຕອນບ່າຍວັນທີ 14 ມີນາ, ນັກຮົບເກົ່າ ທີ່ເຄີຍຕໍ່ສູ້ປ້ອງກັນໝູ່ເກາະ ເຈື່ອງຊາ ເກືອບ 500 ຄົນ ໄດ້ມີການພົບປະທີ່່ເຕັມໄປດ້ວຍຄວາມຕື້ນຕັນໃຈ ຢູ່ເທດສະບານ ຮ່ວາວິງ (ເມືອງ ດົງຮ່ວາ, ແຂວງ ຟູ໋ອຽນ) ເພື່ອຫວນຄືນອະນຸສອນເຫດການ ກາກມາ ຄົບຮອບ 30 ປີ. ນີ້ແມ່ນປີທີ 11 ທີ່ ຄະນະຕິດຕໍ່ມູນເຊື້ອທະຫານເຈືອງຊາ ແຂວງຟູ໋ອຽນໄດ້ຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍນີ້ຢ່າງຕໍ່ເນື່ອງ ໂດຍມີການເຂົ້າຮ່ວມຂອງບັນດານັກຮົບເກົ່າ ທີ່ມາຈາກບັນດາແຂວງ, ນະຄອນໃນທົ່ວປະເທດ ເຊັ່ນ ຟູ໋ອຽນ, ແຄ໋ງຮວ່າ, ບິງດິ້ງ, ນິງທ້ວນ... ທີ່ການພົບປະ, ບັນດານັກຮົບເກົ່າ ເຈືອງຊາ ໄດ້ພ້ອມກັນຫວນຄືນບັນດາອະນຸສອນທີ່ສະຫງ່າອົງອາດ, ກ້າແກ່ນ ຈັບປືນເພື່ອປົກປັກຮັກສາເຂດທະເລ, ເກາະເຈືອງຊາ, ອະທິປະໄຕອັນສັກສິດຂອງປະເທດຊາດ; ພ້ອມທັງລະດົມກໍາລັງໃຈ, ແບ່ງປັນ, ໜູນຊ່ວຍກັນໃນການດໍາລົງຊີວິດ.

        ເນື່ອງໃນໂອກາດນີ້, ຄະນະຕິດຕໍ່ມູນເຊື້ອທະຫານເຈືອງຊາ ໄດ້ປຸກລະດົມບັນດາຜູ້ມີໃຈບຸນໃຈກູ້ສົນ ມອບຂອງຂວັນ 16 ພູດໃຫ້ແກ່ຄອບຄົວທະຫານເຈືອງຊາທີ່ປະສົບກັບຄວາມຫຍຸ້ງຍາກ. ສະຫະພັນແຮງງານແຂວງ ຟູ໋ອຽນ ກໍມອບຂອງຂວັນ 10 ພູດໃຫ້ແກ່ຄອບຄົວທະຫານເສຍອົງຄະ ເຈືອງຊາ

ຕອບກັບ

ຂ່າວ/ບົດ​ອື່ນ