ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ສິງກາໂປ

ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ສິງກາໂປ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 1/8, ຢູ່​ນະຄອນ ​ໂຮ່ຈີ​ມິນ, ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ສິງ​ກາ​ໂປ ​ແລະ 48 ປີ​ແຫ່ງ​ວັນ​ສະຖາ​ປະນາ ສິງ​ກາ​ໂປ ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ນະ​ຄອນ​ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ​ເລ​ແມ້ງ​ຮ່າ, ຮອງ​ປະທານ​ຄະນະ​ກຳມະການ​ ປຊຊ ນະຄອນ ​ໂຮ່ຈີ​ມິນ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່ໜ້າ​ການ​ພັດທະນາ​ຢ່າງ​ແຮງ​ຂອງ​ສາຍ​ພົວພັນ​ມິດຕະພາບ ​ແລະ ຮ່ວມ​ມື​ຮອບດ້ານ ຫວຽດນາມ - ສິງ​ກາ​ໂປ. ກາ​ນພົວພັນ​ດ້ານການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ປະ​ເທດ​ພວມ​ພັດທະນາ​ຢ່າງ​ວ່ອງ​ໄວ​ພາຍຫຼັງ​ເຊັນ​ສັນຍາ​ເຊື່ອມ​ຕໍ່​ເສດຖະກິດ ຫວຽດນາມ - ສິງ​ກາ​ໂປ​ ​ເມື່ອ​ປີ 2005. ວົງ​ເງິນ​ການ​ຄ້າ 2 ສົ້ນ​ປີ 2012 ບັນລຸ​ກ່ວາ 9 ຕື້ USD. ມາ​ຮອດ​ປະຈຸ​ບັນ, ສິງ​ກາ​ໂປ ມີ​ເກືອບ 1.100 ​ໂຄງການ​ລົງທຶນ ດ້ວຍ​ຍອດ​ເງິນ​ຈົດ​ທະບຽນ​ເກືອບ 25 ຕື້ USD, ຢື່ນ​ອັນ​ດັບ 4 ​ໃນ​ບັນດາ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນລົງທຶນ​ເຂົ້າ ຫວຽດນາມ. ສຳລັບ​ນະຄອນ ​ໂຮ່ຈີ​ມິນ, ສິງ​ກາ​​ໂປ ​ແມ່ນ​ນັກ​ລົງທຶນ​ໃຫຍ່​ສຸດ​ດ້ວຍ​ຍອດ​ທຶນ​ຈົດ​ທະບຽນ​ເກືອບ 6 ຕື້ USD. ຕີ​ລາຄາ​ກ່ຽວ​ກັບ​ການ​ພົວພັນ​ລະ​ຫວ່າງ 2 ປະ​ເທດ, ທ່ານ​ນາງ LeoW Siu Lin, ຫົວໜ້າ​ສະຖານກົງສູນ​ໃຫຍ່ ສິງ​ກາ​ໂປ ປະຈຳນະຄອນ ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

“​ໃນ​ຂະນະ​ທີ່ພື້ນຖານ​ການ​ເມືອງ​ເມີຄວາມໝັ້ນຄົງໜັກແໜ້ນແມ່ນ​ສະພາບ​ແວດ​ລ້ອມ​ເພື່ອ​ໃຫ້​ບັນດາ​ສາຍ​ພົວພັນ​ພັດທະນາ, ຄວາມສະໜິດ​ຕິດ​ພັນ​ລະຫວ່າງ ປຊຊ 2 ປະ​ເທດ​ແມ່ນ​ພື້ນຖານ​ໃຫ້​ແກ່​ນ້ຳ​ໃຈ​ມິດຕະພາບ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ອັນ​ເລິກ​ເຊິ່ງລະຫວ່າງ 2 ປະ​ເທດ​ຢ່າງ​ແທດ​ຈິງ. ມີ ປຊຊ ສິງ​ກາ​ໂປ ຫຼາຍ​ຄົນ​ໄດ້​ຖື ຫວຽດນາມ ຄື​ບ້ານ​ເກີດ​ເມືອງ​ນອນ​ຂອງ​ເຂົາ, ​ໃນ​ຂະນະທີ່ສິງ​ກາ​ໂປ ມີ​ຄວາມ​ມ່ວນ​ຊື່ນ​ໂດຍ​ໃຫ້ຮູ້​ວ່າ: ມີຊາວ ຫວຽດນາມ ຫຼາຍ​ຄົນ ​ໄດ້​ເລືອກ​ເຟັ້ນ ສິງ​ກາ​​ໂປ ​ເປັນແຫ່ງເພື່ອ​ຮຳ່ຮຽນ ​ແລະ ​ເຮັດ​ວຽກ​ຢູ່​ນີ້. ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຍ້ອນ​ສາຍ​ພົວພັນ​ປະຊາຊົນ​ພວມ​ພັດທະນາ​ຢ່າງ​ແຮງ ​ແລະ ຕັ້ງໜ້າ.”

ຂ່າວ/ບົດ​ອື່ນ