ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ໄຊ​ຊະ​ນະ ວັນ​ທີ 7 ມັງ​ກອນ​ຢູ່ ກຳ​ປູ​ເຈຍ: ສື່ມວນ​ຊົນ​ກຳ​ປູ​ເຈຍ ເຊີດ​ຊູ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງາມ ລະ​ຫວ່າງ ກຳ​ປູ​ເຈຍ - ຫວຽດ​ນາມ

(VOVWORLD) - ບັນດາບົດຂຽນ ກໍ່ໄດ້ເຊີດຊູການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ ລະຫວ່າງ ຫວຽດນາມ - ກຳປູເຈຍ ໃນໄລຍະເກືອບ 50 ປີຜ່ານມາ, ເຊິ່ງສືບຕໍ່ໄດ້ຮັບການເພີ່ມທະວີ, ເປີດກວ້າງໃນທຸກຂົງເຂດ ແລະ ທຸກຂັ້ນ.
ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ໄຊ​ຊະ​ນະ ວັນ​ທີ 7 ມັງ​ກອນ​ຢູ່ ກຳ​ປູ​ເຈຍ: ສື່ມວນ​ຊົນ​ກຳ​ປູ​ເຈຍ ເຊີດ​ຊູ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງາມ ລະ​ຫວ່າງ ກຳ​ປູ​ເຈຍ - ຫວຽດ​ນາມ - ảnh 1ໜ້າເວັບໄຊໜັງສືພິມ Thmey Thmey (ພາບ: TTXVN)

ໂດຍມຸ່ງໄປເຖິງ ການສະເຫຼີມສະຫຼອງ 45 ປີແຫ່ງວັນໄຊຊະນະ ວັນທີ 7 ມັງກອນຢູ່ ກຳປູເຈຍ ໂດຍແມ່ນວັນປະເທດ ແລະ ປະຊາຊົນກຳປູເຈຍ ໄດ້ປົດປ່ອບອອກຈາກລະບົບ ດັບສູນເຊື້ອຊາດ Pol Pot, ມີຫຼາຍອົງການສື່ມວນຊົນ ປະເທດປະຈຳຖິ່ນ ໄດ້ເອົາລົງບົດຂຽນ ພ້ອມກັບພາບພົດທີ່ຮັບຮູ້ບົດບາດຂອງທະຫານ ອາສາສະໝັກຫວຽດນາມ ໃນເຫດການປະຫວັດສາດ 7/1 ແລະ ພາລະກິດແຫ່ງການຟື້ນຟູ ແລະ ພັດທະນາ ປະເທດ ກຳປູເຈຍ. ບັນດາບົດຂຽນ ກໍ່ໄດ້ເຊີດຊູການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ ລະຫວ່າງ ຫວຽດນາມ - ກຳປູເຈຍ ໃນໄລຍະເກືອບ 50 ປີຜ່ານມາ, ເຊິ່ງສືບຕໍ່ໄດ້ຮັບການເພີ່ມທະວີ, ເປີດກວ້າງໃນທຸກຂົງເຂດ ແລະ ທຸກຂັ້ນ. ໄຊຊະນະນີ້ ແມ່ນເຫດການປະຫວັດສາດສະແດງໃຫ້ເຫັນຈິດໃຈມະຫາສາມັກຄີສາກົນ ລະຫວ່າງປະຊາຊົນ ແລະ ກອງທັບສອງປະເທດ ກຳປູເຈຍ - ຫວຽດນາມ, ເປີດໜ້າປະຫວັດສາດໃໝ່ໃນການພົວພັນມິດຕະພາບ, ຖານບ້ານໃກ້ເຮືອນຄຽງ ອັນດີງາມລະຫວ່າງສອງປະເທດ. ນັບແຕ່ນັ້ນມາ, ການພົວພັນ ກຳປູເຈຍ - ຫວຽດນາມ ມີການພັດທະນາໃນຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ, ນຳຜົນປະໂຫຍດອັດນແທດຈິງຫຼາຍຢ່າງໃຫ້ແກ່ປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ