ສະເຫຼີມສະຫຼອງ 50 ປີແຫ່ງວັນ ສ້າງຕັ້ງເມືອງແອງເຊີນ ແຂວງເງະອານ

ສະເຫຼີມສະຫຼອງ 50 ປີແຫ່ງວັນ ສ້າງຕັ້ງເມືອງແອງເຊີນ ແຂວງເງະອານ - ảnh 1

(ພາບ:baobacgiang.com.vn)

(vovworld)- ຕອນ​ຄ່ຳວັນ​ທີ 1/6, ໄດ້ຈັດ​ພິທີ​ສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງຕັ້ງເມືອງ​ແອງ​ເຊີນ ​ແຂວງ​ເງະ​ອານ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽ​ດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ເຂົ້າຮ່ວມ ​ແລະ ປະດັບຫຼຽນ​ໄຊ​ແຮງ​ງານ​ຊັ້ນ 1 ​ໃຫ້​ອົງຄະ​ນະ​ພັກ, ອຳນາດ​ການ​ປົກ​ຄອງ ​ແລະ ປະຊາຊົນ​ເມືອງ​ແອ​ງ​ເຊີນ. ​ເມືອງ​ແອ​ງ​ເຊີນ ​ແມ່ນ​ເມືອງ​ພູດ​ອຍທາງ​ທິດຕາ​ເວັນ​ຕົກ​ຂອງ​ແຂວງ​ເງະ​ອານ ຊື່​ງມີ​ເສັ້ນຊາຍ​ແດນ​ຕິດ​ກັບ​ລາວ​ທີ່​ມີ​ລວງ​ຍາວ 7,2 ກມ. ​ໃນ​ການ​ຕໍ່ຕ້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ ​ແລະ ຈັກກະພັດ​ອາ​ເມ​ລິ​ກາ, ປະຊາຊົນ​ເມືອງ​ແອ​ງ​ເຊີນ ​ໄດ້​ມີ​ການປະກອບສ່ວນສຳຄັນ ຫຼາຍຢ່າງ​ເຂົ້າ​ໃນ​ໄຊຊະນະ​ລວມຂອງ​ຊາດ. ຜ່ານ 50 ປີ​ແຫ່ງ​ການ​ສ້າງສາ ​ແລະ ພັດທະນາ, ​ເມືອງ​ແອ​ງ​ເງີ​ນ ບັນລຸ​ໄດ້ຜົນ​ງານ​ສຳຄັນຫຼາຍຢ່າງ, ລະດັບ​ການ​ເຕີບ​ໂຕ​ເສດຖະກິດ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ຍາມ​ໃດ​ກໍ່​ຢູ່​ໃນ​ລະດັບ 11,5%, ປີ 2012 ລາຍ​ຮັບ​ສະ​ເລ່ຍຕໍ່ຫົວ​ຄົນ​ບັນລຸ 17,27 ລ້ານ​ດົ່ງ/ຄົນ.

  ກ່ອນ​ໜ້ານັ້ນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽ​ດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນດາ​ວິລະ​ຊົນ ນັກຮົບ​ເສຍສະຫຼະຊີວິດ​ເພື່ອ​ຊາດ​ຢູ່ເຂດສຸສານນັກຮົບ​ເສຍສະຫຼະຊີວິດ​ເພື່ອ​ຊາດ​ຫວຽດນາມ-​ລາວ ຊື່​ງ​ແມ່ນ​ສຸສານ​ຂອງນັກຮົບ​ເສຍສະຫຼະຊີວິດ​ເພື່ອ​ຊາດ​, ທະຫານ​ອາສາ​ສະໝັກ ​ແລະ ຜູ້​ຊ່ຽວຊານ​ຫວຽດນາມ ກ່ວາ 11.000 ຄົນ​​ໄດ້​ທຳ​ການ​ຕໍ່ສູ້, ປະຕິບັດ​ງານ ​ແລະ ​ເສຍສະຫຼະຊີວິດ​ຢູ່​ປະ​ເທດ​ລາວ.

 

 

ຂ່າວ/ບົດ​ອື່ນ