ສະເຫຼີມສະຫຼອງ 505 ປີແຫ່ງວັນມູນເຊື້ອກອງທັບເຮືອຕີໄຊຊະນະຄັ້ງທຳອິດ

(VOVWORLD) -ວັນທີ 04 ສິງຫາ, ຄະນະຕິດຕໍ່ພົວພັນມູນເຊື້ອກອງທັບເຮືອຢູ່ນະຄອນໂຮ່ຈິມິນ ໄດ້ຈັດການພົບປະສ້າງສັນສະເຫຼີມສະຫຼອງ 55 ປີແຫ່ງວັນມູນເຊື້ອກອງທັບເຮືອໄດ້ຮັບໄຊຊະນະໃນການສູ້ຮົບຄັ້ງທຳອິດ ຂອງກອງທັບເຮືອປະຊາຊົນຫວຽດນາມ.

ສະເຫຼີມສະຫຼອງ 505 ປີແຫ່ງວັນມູນເຊື້ອກອງທັບເຮືອຕີໄຊຊະນະຄັ້ງທຳອິດ - ảnh 1 ຜູ້ຕາງໜ້າເກືອບ 500 ຄົນເຂົ້າຮ່ວມ

(ພາບ: TTXVN)

ມີຜູ້ຕາງໜ້າກອງບັນຊາການເຫຼົ່າທັບເຮືອ, ກອງບັນຊາການກອງທັບເຮືອທະຫານເຂດ 2, ພ້ອມກັບນັກຮົບເກົ່າກອງທັບເຮືອປະຊາຊົນຫວຽດນາມ ເກືອບ 500 ຄົນເຂົ້າຮ່ວມການພົບປະດັ່ງກ່າວ.

        ກ່າວຄຳເຫັນທີ່ການພົບປະ, ທ່ານພົນເຮືອໂທ ໂດ້ຊວນກົງ, ອະດີດຜູ້ບັນຊາການເຫຼົ່າທັບເຮືອ, ຫົວໜ້າຄະນະຕິດຕໍ່ພົວພັນມູນເຊື້ອ ກອງທັບເຮືອຢູ່ນະຄອນໂຮ່ຈິມິນ ໄດ້ຫວນຄືນອະນຸສອນອັນສະງ່າລາສີຂອງວັນແຫ່ງຍາດໄດ້ໄຊຊະນະຄັ້ງທຳອິດໃນການຕີສະກັດກ່ຳປັ່ນພິຄາດ Maddox, ຂອງອາເມລິກາ ໃຫ້ອອກຈາກເຂດທະເລຂອງຫວຽດນາມ ແລະ ຍິງເຮືອບິນ 8 ລຳຕົກຢູ່ເຂດທະເລ, ເຂດນ່ານຟ້າທາງພາກເໜືອຫວຽດນາມ ກ່ອນນີ້ 55 ປີ, ອັນໄດ້ສ້າງເປັນມູນເຊື້ອ “ຕີໄຊຊະນະຄັ້ງທຳອິດ” ຂອງເຫຼົ່າທັບເຮືອຫວຽດນາມ.

        ກໍ່ທີ່ການພົບປະ, ພົນເຮືອໂທ ຟ້າມວັນກວາງ, ຮອງຫົວໜ້າການເມືອງເຫຼົ່າທັບເຮືອ, ກອງບັນຊາການກອງທັບເຮືອ, ໄດ້ແຈ້ງຂໍ້ມູນຂ່າວເຖິງບັນດານັກຮົບເກົ່າກອງທັບເຮືອຊາບກ່ຽວກັບການເຄື່ອນໄຫວຂອງກຳລັງກອງທັບເຮືອໃນໄລຍະຜ່ານມາ ແລະ ບັນດາການຜັນແປຫຼ້າສຸດຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ