ສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງອາຊຽນຢູ່ຫຼາຍປະເທດ

(VOVWORLD) -ວັນທີ 08 ສິງຫາ, ຢູ່ ໂຣມ ນະຄອນຫຼວງ ປະເທດອີຕາລີ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢູ່ໂຣມ (ACR) ໄດ້ຈັດພິທີສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງອາຊຽນ (08 ສິງຫາ 1967 – 08 ສິງຫາ 2019) ຂຶ້ນຢ່າງສົມກຽດ.

ສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງອາຊຽນຢູ່ຫຼາຍປະເທດ - ảnh 1 ພິທີສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງອາຊຽນ ຢູ່ປະເທດອີຕາລີ

(ພາບ: Vietnam+)

ກ່າວຄຳເຫັນທີ່ພີທີໄຂ, ໂດຍຕາງໜ້າບັນດາເອກອັກຄະລັດຖະທູດອາຊຽນ ປະຈຳອີຕາລີ, ທ່ານເອກອັກຄະລັດຖະທູດຟີລິບປິນ ປະຈຳອີຕາລີ Domingo P.Nilasco, ທັງເປັນປະທານ ARC ຢືນຢັນວ່າ, ອາຊຽນ ມຸ່ງໄປເຖິງການເຊື່ອມໂຍງຢ່າງກວ້າງຂວາງກວ່າ ຜ່ານຖະແຫຼງການວິໄສທັດການນຳອາຊຽນ ກ່ຽວກັບການພົວພັນຄູ່ຮ່ວມມືເພື່ອຄວາມໝັ້ນຄົງຢູ່ບາງກອກ, ປະເທດໄທ, ເມື່ອເດືອນ ມິຖຸນາ ຜ່ານມາ.

        ແລະກໍ່ໃນວັນດຽວກັນ, ເອກອັກຄະລັດຖະທູດບັນດາປະເທດອາຊຽນ ທີ່ມີສຳນັກງານຕັ້ງຢູ່ອາກຊັງຕິນ ລວມມີ: ຫວຽດນາມ, ໄທ, ອິນໂດເນເຊຍ, ຟີລິບປິນ ແລະ ມາເລເຊຍ ໄດ້ສົມທົບກັບກະຊວງການຕ່າງປະເທດອາກຊັງຕິນ ຈັດພິທີສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງອາຊຽນ ຂຶ້ນຢ່າງສົມກຽດ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາກະຊວງ, ບັນດາອົງການຈັດຕັ້ງການເມືອງສັງຄົມຂອງປະເທດ, ເພື່ອນມິດ ແລະ ເທດປະຈຳຖິ່ນ…

        ເນື່ອງໃນໂອກາດນີ້, ພິທີສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງອາຊຽນ ກໍ່ໄດ້ຈັດຕັ້ງຢູ່ຈີເລ, ອາຟະລິກາໃຕ້ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ