ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ

ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​
ແຫ່ງ​ວັນ​ສ້າງ​ຕັ້ງ​ສະພາ​ມະຫາບັນດິດ​ວິທະຍາສາດ​ສັງຄົມ​ຫວຽດນາມ
(ພາບ: TTXVN)


(vovworld) - ​ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​​ໄດ້ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະພາ​ມະຫາບັນດິດ​ວິທະຍາສາດ​ສັງຄົມ​ຫວຽດນາມ, ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ​ເຊິ່ງ​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ໃນ​ຕອນ​ເຊົ້າ​ວັນ​ທີ 02/12, ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ຍ້ອງຍໍ​ບັນດາ​ໝາກຜົນ, ຜົນ​ງານ ​ແລະ ການ​ປະກອບສ່ວນ​ສຳຄັນ​ຂອງ ສະພາ​ມະຫາບັນດິດ​ວິທະຍາສາດ​ສັງຄົມ​ຫວຽດນາມ ຜ່ານ​ໄລຍະ​ຕ່າງໆ. ​ເຊິ່ງຕາມ​ນັ້ນ​ແລ້ວ, ສະພາ​ມະຫາບັນດິດ​ ​ໄດ້​ສຳ​ເລັດ​ບັນດາ​ໜ້າ​ທີ່​ເຊິ່ງລັດ ​ແລະ ປະຊາຊົນ​ມອບ​ໝາຍ​ໃຫ້, ​ສົມເປັນ​ອົງການ​ຄົ້ນຄວ້າ​ວິທະຍາສາດ​ສັງຄົມ​ອັນ​ດັບ​ໜຶ່ງ​ຂອງ​ທົ່ວ​ປະ​ເທດ.

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຊີ້​ແຈ້​ງວ່າ: ສະພາ​ມະຫາບັນດິດ​ວິທະຍາສາດ​ສັງຄົມ​ຫວຽດນາມ ຕ້ອງປ່ຽນ​ໃໝ່ຢ່າງຮອບດ້ານ ​ແລະ ​ແຂງ​ແຮງ​ກວ່າ, ປະຕິບັດ​ໜ້າ​ທີ່​ເປັນ​ອົງການ​ຄົ້ນຄວ້າ​ບັນດາ​ບັນຫາ​ພື້ນຖານ​ກ່ຽວ​ກັບ​ວິທະຍາສາດ, ສັງຄົມ​ເປັນ​ຢ່າງ​ດີ. ພິ​ເສດ, ສະພາ​ມະຫາບັນດິດ​ ຄວນ​ສຸມ​ໃສ່​ເຮັດ​ແຈ້ງ ​ແລະ ​ແກ້​ໄຂ​ບັນດາ​ການ​ພົວພັນ​ໃຫຍ່ທີ່​ລະບຸໄວ້​​ໃນ​ໂຄງການການ​ເມືອງ​ສ້າງສາ​ປະ​ເທດ​ຊາດ​​​ໃນ​ໄລຍະຂ້າມຜ່ານຂຶ້ນ​ສັງຄົມ​ນິຍົມ (ສະບັບ​ປັບປ​ຸງ, ພັດທະນາ​ປີ 2011) ​ເປັນ​ຢ່າງ​ດີ ; ພ້ອມ​ທັງ​ຢືນຢັນ​ວ່າ, ການ​ຮັກສາບັນດາ​ທັດສະນະ​ທີ່​ຖືກຕ້ອງ, ​ດັດປັບບັນດາ​ຄວາມຮັບ​ຮູ້​ທີ່​ພິດ​ພາດ; ຕຳນິຕິຕຽນ, ປະຕິເສດ ທັດສະນະ​ທີ່​ພິດ​ພາດ, ​ເປັນ​ປໍ​ລະ​ປັກ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ໜ້າ​ທີ່​ວິທະຍາສາດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ໜ້າ​ທີ່​ການ​ເມືອງ​ສຳຄັນ​ທີ່​ໄດ້​ວາງ​ອອກ​ສຳລັບສະພາ​ມະຫາບັນດິດ​ວິທະຍາສາດ​ສັງຄົມ​ຫວຽດນາມ. ສະພາ​ມະຫາບັນດິດ​ວິທະຍາສາດ​ສັງຄົມ​ຫວຽດນາມ ຕ້ອງ​ເສີມຂະຫຍາຍຄວາມເສລີ​, ມີ​ຫົວຄິດ​ປະດິດ​ສ້າງ ບົນ​ພື້ນຖານ​ລັດທິ​ມາກ - ​ເລ​ນີນ, ​ແນວ​ຄິດ​ຂອງ​ປະທານ​ໂຮ່ຈິ​ມິນ, ​ແນວທາງ, ທັດສະ​ນະ​ພື້ນຖານ​ຂອງ​ພັກ. ຄຽງ​ຂ້າງ​ນັ້ນ, ສະພາ​ມະຫາບັນດິດ ຄວນ​ສືບ​ຕໍ່​ປະຕິບັດ​ວຽກ​ງານ​ພິມ​ຈຳໜ່າຍ, ໂຄສະນາ, ສື່ສານ​ວິທະຍາສາດ​ສັງຄົມ​ເປັນ​ຢ່າງ​ດີກ​ວ່າ​ອີກ.

ຂ່າວ/ບົດ​ອື່ນ