ສະເຫຼີມສະຫຼອງ 65 ປີແຫ່ງວັນນັກຮຽນ, ນັກສຶກສາ ແລະ ສະມາຄົມນັກສຶກສາຫວຽດນາມ

ສະເຫຼີມສະຫຼອງ 65 ປີແຫ່ງວັນນັກຮຽນ, ນັກສຶກສາ ແລະ ສະມາຄົມນັກສຶກສາຫວຽດນາມ - ảnh 1
ສະເຫຼີມສະຫຼອງ 65 ປີແຫ່ງວັນນັກຮຽນ, ນັກສຶກສາ
ແລະ ສະມາຄົມນັກສຶກສາຫວຽດນາມ
(ພາບປະກອບ)


(vovworld) – ​ກ່າວ​ຄຳ​ເຫັນ​ທີ່​ພິທີສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ນັກຮຽນ, ນັກ​ສຶກສາ ​ແລະ ສະມາຄົມ​ນັກ​ສຶກສາ​ຫວຽດນາມ, ​ເຊິ່ງດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ, ​ໃນ​ຕອນ​ຄໍ່າ​ວັນ​ທີ 07/01, ທ່ານ​ເລ​ຮ່ົງ​ແອ​ງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກຢືນຢັນ​ວ່າ, ​ໃນ 65 ປີຜ່ານມາ, ຂະ​ບວນການ​ນັກຮຽນ, ນັກ​ສຶກສາ ​ແລະ ອົງການ​ຈັດ​ຕັ້ງ​ສະມາຄົມ​ນັກ​ສຶ​ກສາ​ຫວຽດນາມ ​ໄດ້​ມີການອຸທິດສ່ວນຢ່າງ​ດີ​ເດັ່ນ ​ແລະ ​ເຕີບ​ໃຫຍ່​ກະ​ໂດດຂັ້ນ​ຜ່ານ​ບັນດາ​ໄລຍະ​ປະຕິວັດ, ​ແມ່ນ​ຄວາມ​ເອກອ້າງ​ທະນົງ​ໃຈ​ຂອງນັກຮຽນ, ນັກ​ສຶກສາລຸ້ນຕ່າງໆ​ໃນ​ປະຈຸ​ບັນ. ​ໃນ​ໄລຍະ​ພັດທະນາ​ໃໝ່​ຂອງ​ປະ​ເທດ​ຊາດ, ທ່ານ​ເລ​ຮົ່ງ​ແອ​ງ ປາດ​ຖະໜາ​ວ່າ ສະມາຄົມ​ນັກ​ສຶກສາ​ຫວຽດນາມ ສືບ​ຕໍ່​ປ່ຽນ​ໃໝ່, ມີ​ຫົວຄິດ​ປະດິດ​ສ້າງ​ທາງ​ດ້ານ​ເນື້ອ​ໃນ ​ແລະ ຮູບ​ການ​ເຄື່ອນ​ໄຫວ, ປະກອບສ່ວນ​ສຶກສາ, ບຳລຸງ​ສ້າງ ​ເພື່ອ​ສ້າງນັກຮຽນ, ນັກ​ສຶກສາທີ່ມີ​ຄວາມ​ຮູ້, ສາມາດ​ສຳ​ພັດ​ກັບພູມ​ປັນຍາ​ຂ​ອງຍຸກ​ສະ​ໄໝ, ຢຶດໝັ້ນ​ອຸດົມ​ຄະຕິເອກະລາດ​ຊົນ​ຊາດ ​ແລະ ລັດທິ​ສັງຄົມ… ທ່ານ​ເລ​ຮົ່ງ​ແອ​ງ ກໍ່​ສະ​ເໜີ​ໃຫ້​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ, ບັນດາອົງການ​ຈັດ​ຕັ້ງ​ມະຫາຊົນ​ໃນສັງຄົມ ສືບ​ຕໍ່​ເອົາ​ໃຈ​ໃສ່ ​ແລະ ສົມທົບ​ກັບ​ສະມາຄົມ​ນັກ​ສຶກສາ​ຫວຽດນາມ  ປະຕິບັດ​ວຽກ​ງານ​ບຳລຸງ​ສ້າງ, ສຶກສາ​ຊາວ​ໜຸ່ມ​​ເພື່ອ​ສ້າງ​​ເປັນ​ນັກ​ສຶກສາ​ທີ່​ມີ​ຄຸນ​ນະ​ທາດ​ດີ, ມີ​ຄວາມ​ຮູ້ ​ແລະ ທັກ​ສະ​ໄດ້​ດີ.

ຂ່າວ/ບົດ​ອື່ນ