ສະເຫຼີິມສະຫຼອງ 69 ປີແຫ່ງວັນສ້າງຕັ້ງ VOV

ສະເຫຼີິມສະຫຼອງ 69 ປີແຫ່ງວັນສ້າງຕັ້ງ VOV - ảnh 1
(ພິທີສະ​ເຫຼິມສະຫຼອງ 69 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ VOV)

(vovworld) – ​​ຕອນ​ເຊົ້າ​ວັນ​ທີ 05/09, ຢູ່​ສູນ​ກະຈາຍສຽງ​ແຫ່ງ​ຊາດ, 58 ກ໋ວານ​ຊື໋, ຮ່າ​ໂນ້ຍ, ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​ໄດ້​ຈັດ​ພິທີສະ​ເຫຼິມສະຫຼອງ 69 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ VOV (07/09/1945 – 07/09/2014). ຜູ້ອຳນວຍການ​ໃຫຍ່ VOV ຫງວຽນ​ດັງ​ຕ໋ຽນ ​ແລະ ບັນດາ​ກາ​ນນຳ, ອະດີດ​ການ​ນຳ VOV ຜ່ານ​ບັນດາ​ໄລຍະ, ຜູ້ຕາງໜ້າ​ບັນດາຫົວໜ່ວຍທີ່ຂຶ້ນ​ກັບ VOV, ພ້ອ​​ມກັບ​ນັກ​ຂ່າວ, ບັນນາທິການ, ນັກ​ເຕັກນິກ ​ແລະ ພະນັກງານ, ນັກ​ສິລະ​ປີນ​ໄດ້​ເຂົ້າ​ຮ່ວມເປ​ັນຈຳນວນ​ຫຼວງ​ຫຼາຍ​.

ສະເຫຼີິມສະຫຼອງ 69 ປີແຫ່ງວັນສ້າງຕັ້ງ VOV - ảnh 2
(ຜູ້ອຳນວຍການ​ໃຫຍ່ VOV ຫງວຽນ​ດັງ​ຕ໋ຽນ)

ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ຜູ້ອຳນວຍການ​ໃຫຍ່ VOV ຫງວຽນ​ດັງ​ຕ໋ຽນ ​ໄດ້​ເນັ້ນ​ໜັກ​ວ່າ: VOV ​ໄດ້ຮັບ​ການ​ສ້າ​ງຕັ້ງ​ຂຶ້ນໃນ​​ສະພາບ​ການ​ພິ​ເສດ ​ແລະ ​ໄດ້​ສຳ​ເລັດໜ້າ​ທີ່​ປະຫວັດສາດ​ພິ​ເສດ, ຕອບ​ສະໜອງ​ຄວາມ​ປາດ​ຖະໜາ​ຂອງ​ພັກ, ລັດ ​ແລະ ປະຊາຊົນ. ປະຈຸ​ບັນ, VOV ​ໄດ້​ກາຍ​ເປັນ​ອົງການ​ສື່ສານ​ດ້ວຍຫຼາຍ​ຮູບ​ການ, ກ້າວໜ້າ ​ແລະ ທັນ​ສະ​ໄໝ, ​ເປັນ​ຫົວໜ່ວຍ​ດຽວ​ທີ່​ມີ 4 ຮູບ​ການ​ສ່ືສານ​ຄື: ກະຈາຍສຽງ, ໜັງສືພິມ, ​ໂທລະພາບ ​ແລະ ສື່​​ເອ​ເລກ​ໂຕ​ນິກ. ປ່ຽນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ ​ແມ່ນ​ທິດ​ນຳ​ພັດທະນາ​ຂອງ VOV. ນອກຈາກ​ການ​ປ່ຽນ​ໃໝ່​ບັນດາ​ລະບົບ​ກະຈາຍສຽງ, ອອກ​ອາກາດຊ່ອງ​ VOV ຄົມມະນາຄົມຢູ່​ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈີ​ມິນ, ປີ​ນີ້, VOV ຈະ​ຜັນ​ຂະ​ຫຍາ​ຍຊ່ອງ VOV ຄົມມະນາຄົມແຫ່ງ​ຊາດ; ຮີບ​ເຮັ່ງກະກຽມ​ໃຫ້​ແກ່​ການອອກ​ອາກາດຊ່ອງ​ໂທລະພາບ​ສະພາ​ແຫ່ງ​ຊາດ ​ໃນ​ເດືອນ 10 ​ຈະ​ມາ​ເຖິງ ​ແລະ ​ເພີ່ມອົງການ​ VOV ປະຈຳຢູ່ພາຍ​ໃນ​ ​ແລະ ຕ່າງປະ​ເທດ​ຕື່ມ​ອີກ… ກ່ຽວ​ກັບ​​ແບບ​ວິທີ​ສື່ສານ, ຜູ້ອຳນວຍການ​ໃຫຍ່ ຫງວຽນ​ດັງ​ຕ໋ຽນ ​ເນັ້ນ​ໜັກ​ວ່າ.

        “ນອກຈາກ​ບັນດາ​​ແບບວິທີ​ສື່ສານ​ທີ່​ໄດ້​ນຳ​ໃຊ້​ແລ້ວ, ພວກ​ເຮົາ​ພັດທະນາ​ຕາມ 3 ທິດ, ມຸ່ງ​ໄປ​ສູ່ມະຫາຊົນ ​ແລະ ຖື​ມະຫາຊົນ​ເປັນ​ໃຈກາງ ​ແລະ ມຸ່ງ​​ໄປສູ່​ຮາກ​ຖານ, ມຸ່ງ​ໄປ​​ສູ່​ແບບວິທີ​ສ່ືສານ​ທີ່​ກ້າວໜ້າ ​ແລະ ທັນ​ສະ​ໄໝ. ຢາກ​ສ້າງ​ລະບົບ​ສື່ສານ​ຫຼາຍ​ຮູບ​ການ ພວກ​ເຮົາ​ຕ້ອງ​ພັດທະນາ​ທຸກ​ຮູບ​ການຢ່າງ​ແຮງ, ​ໃນ​ນັ້ນ​ຖື​ກະຈາຍສຽງ​ເປັນ​​ຕົ້ນຕໍ, ​ແກ່ນສານ. ສ່ື​ເອ​ເລກ​ໂຕ​ນິກ, ໂທລະພາບ ​ແມ່ນ​ທ່າ​ອ່ຽງພັດທະນາ, ມີ​ລັກສະນະ​ສົ່ງຜົນ​ສະທ້ອນຢ່າງແຮງ ແລະ ​ວ່ອງ​ໄວ​ເຖິງ​ມະຫາຊົນ ​ແລະ ໜັງ​ສື່​ພິມຮັກສາ​ຄວາມ​ໝັ້ນຄົງ. ​ເຮັດ​ຄື​ແນວ​ນັ້ນ ພວກ​ເຮົາ​ຈະ​ມີ​ລະບົບ​ສືສານ​ທີ່ຮັບ​ໃຊ້ໃຫ້​ມະຫາຊົນ​ຢູ່​ທຸກ​ແຫ່ງ, ທຸກ​ເວລາ ​ແລະ ຕອບ​ສະ​ຫນອງ​ຄວາມ​ຕ້ອງການ​ຂອງບັນດາເປົ້າ​ໝາຍ​ທີ່​ແຕກ​ຕ່າງ​ກັນ​ໄດ້​”.

        ​ເນື່ອງ​ໃນ​ໂອກາດ​ນີ້, ​ຜູ້ອຳນວຍການ​ໃຫຍ່ ຫງວຽນ​ດັງ​ຕ໋ຽນ ​ໄດ້​ປຸກລະດົມ​ຂະ​ບວນການ​ແຂ່ງຂັນ​ຄຳນັບ​ຮັບ​ຕ້ອນ​ການສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ VOV, ດ້ວຍ​ຂະ​ບວນການ​ແຂ່ງຂັນ “​ແບບຢ່າງ VOV”, “ປາກກາ VOV”, ສ້າງ​​ເຄື່ອງໝາຍ​ໃຫ້​ແກ່ VOV.

ຂ່າວ/ບົດ​ອື່ນ