ສະເຫຼີມສະຫຼອງ 80 ປີແຫ່ງວັນຄ້າຍວັນເກີດ ພະເຈົ້າຈັກກະພັດ ແລະ ວັນຊາດຍີ່ປຸ່ນ

ສະເຫຼີມສະຫຼອງ 80 ປີແຫ່ງວັນຄ້າຍວັນເກີດ ພະເຈົ້າຈັກກະພັດ ແລະ ວັນຊາດຍີ່ປຸ່ນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ເຂົາຮ່ວມພິທີ
ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ຄາຍ​ວັນ​ເກີດ​ພະ​ເຈົ້າ​ຈັກກະພັດ ​ແລະ ວັນຊາດ​ຍີ່​ປຸ່ນ
(ພາບ: TTXVN)

(vovworld) – ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ​ເນື່ອງ​ໃນ​​ໂອກາດສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ຄາຍ​ວັນ​ເກີດ​ພະ​ເຈົ້າ​ຈັກກະພັດ ​ແລະ ວັນຊາດ​ຍີ່​ປຸ່ນ (23/12/1933 – 23/12/2013), ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 10/12, ຢູ່​ຮ່າ​ໂນ້ຍ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ ​ປະຈຳ​ຫວຽດນາມ Hiroshi Fukada ຢືນຢັນ​ວ່າ: ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ຍີ່​ປຸ່ນ - ຫວຽນາມ ຢ່າງ​ໝັ້ນຄົງ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນບົນ​ພື້ນຖານ​ເພື່ອນ​ມິດ ​ແລະ ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ 2 ປະ​ເທດ. ຍີ່ປຸ່ນ ​ແລະ ຫວຽດນາມ ຄວນ​ສືບ​ຕໍ່​ກໍ່ສ້າງ, ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ການ​ພົວພັນ​ນີ້​ໃນ​ອະນາຄົດ. ສ່ວນ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້ຝາກ​ຄຳ​ອວຍພອນອັນ​ອົບ​ອູ​ນ, ສຸດ​ຈິດ​ສຸດ​ໃຈ​ເຖິງ​ພະ​ເຈົ້າ​ຈັກກະພັດ, ພະລາຊີນີ ​ແລະ ບັນດາ​ສະມາຊິກ​ໃນລາຊະວົງ, ລັດຖະບານ ​ແລະ ປະຊາຊົນ​ຍີ່ປຸ່ນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຊື່ອ​ໝັ້ນ​ຕໍ່​ການ​ພັດທະ​ນາ​ຂອງ​ສາຍ​ພົວພັນ​ລະຫວ່າງ ຫວຽດນາມ - ຍ່ປຸ່ນ, 2 ປະ​ເທດ​ຖື​ວ່າ ນີ້​ແມ່ນ​ກາລະ​ໂອກາດ​ພັດທະນາ​ຂອງ​ຕົນ​ຢ່າງ​ແທດ​ຈິງ ​ແລະ ​ໄດ້​ມີ​ບັນດາ​ທ່າ​ແຮງ​ສາມາດ​ເພີ່ມ​​ເຕີ່ມ​ໃຫ້​ກັນ​. ດ້ວຍ​ຄວາມ​ຕັດສິນ​ໃຈ, ຄວາມ​ມານະ​ພະຍາຍາມ​ຂອງ​ທັງ 2 ຝ່າຍ, ​ແນ່ນອນ​ວ່າ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ຈະ​ສືບ​ຕໍ່​ພັດທະນາ​ຢ່າງຮອບດ້ານ, ​ເລິກ​ເຊິ່ງ, ໝັ້ນຄົງ, ນັບ​ມື້​ນັບສະໜິດ​ແໜ້ນ, ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດ, ຄວາມ​ມຸງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ 2 ປະ​ເທດ; ປະ​ກອບ​ສ່ວນ​​​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ, ຈະ​ເລີ​ນຮຸ່ງ​ເຮືອງ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.​

ຂ່າວ/ບົດ​ອື່ນ