ສະເຫຼີມສະຫຼອງ 84 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມຢູ່ມາເລເຊຍ

ສະເຫຼີມສະຫຼອງ 84 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມຢູ່ມາເລເຊຍ - ảnh 1
ເອກອັກຄະລັດຖະທູດ ຫງວຽນຮົ່ງ ມອບໃບຍ້ອງຍໍໃຫ້ບັນດາສະມາຊິກພັກ ດີເດັ່ນປີ 2013
(ພາບ: Chí Giáp/Vietnam+)


(vovworld) - ພິທີ​ສະ​ເຫຼີ​ມສະຫຼອງ​84 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ ຢູ່​ມາ​ເລ​ເຊຍ ດຳ​ເນີນ​ໄປ​ໃນ​ວັນ​ທີ 3/2, ​ໂດຍ​ສະຖານທູດ​ຫວຽດນາມ​ ປະຈຳ​ມາ​ເລ​ເຊຍ ຈັດ​ຕັ້ງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ພະນັກງານ, ສະມາຊິກ​ພັກ​​ໃນສະຖານທູດ ​ແລະ ບັນດາ​ອົງການ​ຜູ້​ຕາງໜ້າ​ຫວຽດນາມ​ປະຈຳ​ມາ​ເລ​ເຊຍ.

ທີ່​ພິທີ, ​ເລຂາ​ຄະນະ​ພັກ, ​ເອກ​ອັກຄະ​ລັດຖະທູດ ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ ຫວຽດນາມ ​ປະຈຳ​ມາ​ເລ​ເຊຍ ຫງວຽນ​ຮົ່ງ ​ໄດ້​ທົບ​ທວນຄືນ​ວິວັດ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ​ແລະ ຮຽກຮ້ອງ​ໃຫ້​ພະນັກງານ, ສະມາຊິກ​ພັກ, ພາລະ​ກອນ​ທັງ​ໝົດຂອງສະ ຖານທູດ​ ​ແລະ ບັນດາ​ອົງການ​ຜູ້ຕາງ​ໜ້າ​ອື່ນໆ​ຂອງ​ຫວຽດນາມ ຢູ່​ມາ​ເລ​ເຊຍ, ຈົ່ງ​ແຂ່ງຂັນ​ກັນ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​, ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ກິດຈະການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ​, ມິດຕະພາບ​ກັບ​ປະຊາຊົນ​ມາ​ເລ​ເຊຍ ​ແລະ ​ເພື່ອນ​ມິດສາ​ກົນ.

 

ຂ່າວ/ບົດ​ອື່ນ