ສະເຫຼີມສະຫຼອງ40ປີແຫ່ງວັນຊາດສ.ອັງໂກລາ

ສະເຫຼີມສະຫຼອງ40ປີແຫ່ງວັນຊາດສ.ອັງໂກລາ - ảnh 1
(ພາບປະກອບ)

(vovworld) – ຕອນ​ຄໍ່າ​ວັນ​ທີ 11/11, ຢູ່​ຮ່າ​ໂນ້ຍ, ສະຖານທູດ​ສ.ອັງ​ໂກລາ ປະຈຳ​ຫວຽດນາມ ​ໄດ້​ຈັດ​ຕັ້ງພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນຊາດ​ສ.ອັງ​ໂກລາ (11/11/1975 -11/11/2015) ​ແລະ ສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ອັງ​ໂກ​ລາ (12/11/1975 – 12/11/2015). ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີມສະຫຼອງ, ທ່ານ​ເອກ​ອັກຄະ​ລັດຖະທູດ​ສ.ອັງ​ໂກລາ ປະຈຳ​ຫວຽດນາມ Joao Manuel Bernardo ​ໃຫ້​ຮູ້​ວ່າ, ​ນັບ​​ແຕ່​ປີ 1975 ມາ​ຮອດ​ປະຈຸ​ບັນ, ອັງ​ໂກລາ ​ແລະ ຫວຽດນາມ ​ໄດ້​ລົງ​ນາມ​​ໃນຂໍ້​ຕົກລົງ​ຮ່ວມ​ມື 16 ສະບັບ. ການ​ແລກປ່ຽນ​ດ້ານ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ນັບ​​ແຕ່​ປີ 2014 ບັນລຸ 116 ລ້ານ USD. ​ທ່ານ​ເອກ​ອັກຄະ​ລັດຖະທູດ​ສ.ອັງ​ໂກລາ ເນັ້ນ​ໜັກ​ວ່າ, ລັດຖະບານ​ອັງ​ໂກ​ລາ ຖື​ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ວິວັດ​ການ​ຫັນ​ການ​ຜະລິດ ​ແລະ ພັດທະນາ​ພື້ນຖານ​ເສດຖະກິດ​ອັງ​ໂກລາ ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ​ທ່ານ​ເອກ​ອັກຄະ​ລັດຖະທູດ​ສ.ອັງ​ໂກລາ ກໍ​ສະ​ແດງ​ຄວາມ​ຫວັງ​ວ່າ, 2 ປະ​ເທດ​ຮັກສາ​ການ​ສະໜັບສະໜູນ​​ເຊິ່ງກັນ ​ແລະ ກັນ​ໃນ​ການ​ອ​ອກສະໝັກ​ເຈົ້າ​​ເປັນ​ສະມາຊິກ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ສະຫະ​ປະຊາ​ຊາດ, ກໍ​ຄື​ແລກປ່ຽນ​ທັດສະ​ນະ​​ກ່ຽວ​ກັບບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​​ເຊິ່ງທັງ 2 ຝ່າຍຕ່າງມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ