ສະເຫຼີມສະຫຼອງ50ປີວັນຊາດສິງກະໂປຢູ່ນະຄອນໂຮ່ຈີມິນ

ສະເຫຼີມສະຫຼອງ50ປີວັນຊາດສິງກະໂປຢູ່ນະຄອນໂຮ່ຈີມິນ - ảnh 1
(ພາບປະກອບ)

(vovworld) - ຕອນ​ຄ່ຳວັນ​ທີ 31/7, ສະຖານກົງສູນ​ໃຫຍ່ ສິງກະ​ໂປ ປະຈຳ ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ວັນຊາດ ສ.ສິງກະ​ໂປ (9/8/1965 – 9/8/2015) ຢ່າງ​ສົມ​ກຽດ. ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ນາງ Leow Siu Lin ຫົວໜ້າ​ສະຖານກົງສູນ​ໃຫຍ່ ສິງກະ​ໂປ ປະຈຳ ນະຄອນ ​ໂຮ່ຈີ​ມິນ ຢືນຢັນ​ວ່າ: ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ສິງກະ​ໂປ ​ໄດ້​ສະ​ແດງ​ໃຫ້​​ເຫັນ​ແຈ້ງ​​ໃນ​ຂົງ​ເຂດ​ເສດຖະກິດ, ​ໃນ​ນັ້ນ ສິງກະ​ໂປ ​ເຫັນວ່າ ຫວຽດນາມ ມີ​ບັນດາ​ປັດ​ໃຈ​ພື້ນຖານ​ໃຫ້ການ​ພັດທະນາ​ຢ່າງເຂັ້ມ​ແຂງ. ປະຈຸ​ບັນ​ມີ​ບໍລິສັດ​ຂອງ ສິງກະ​ໄປ ຫລາຍ​ແຫ່ງ​ໄດ້​ລົງທຶນ​ຢູ່​ ຫວຽດນາມ ​ເປັນ​ເວລາ​ຍາວ​ນານ ​ແລະ ສືບ​ຕໍ່​ຊອກ​ຫາ​ກາລະ​ໂອກາດ ​ເພື່ອ​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ທີ່​ນີ້. ຮອດທ້າຍ​ປີ 2014, ສິງກະ​ໂປ ​ໄດ້​ມີ 719 ​ໂຄງການລົງທຶນ​ເຂົ້າ​ນະຄອນ ​ໂຮ່ຈີ​ມິນ ດ້ວຍ​ຍອດ​ທຶນ​ປະມານ 8,2 ຕື້ USD; ການ​ຄ້າ 2 ສົ້ນ​ລະຫວ່ງນະຄອນ ​ໂຮ່ຈີ​ມິນ ​ແລະ ສິງກະ​ໂປ ​ໃນ​ປີ 2014 ​ບັນລຸ 4,4 ຕື້ USD

 

ຂ່າວ/ບົດ​ອື່ນ