ສະເຫຼີມສະຫຼອງ57ປີແຫ່ງວັນປະທານໂຮ່ຈີມິນຢ້ຽມຢາມບ້ານກາດຫາຍ,ກາດບ່າແລະເປີດສະຫຼອງການທ່ອງທ່ຽວກາດບ່າ

ສະເຫຼີມສະຫຼອງ57ປີແຫ່ງວັນປະທານໂຮ່ຈີມິນຢ້ຽມຢາມບ້ານກາດຫາຍ,ກາດບ່າແລະເປີດສະຫຼອງການທ່ອງທ່ຽວກາດບ່າ - ảnh 1
ການສະແດງສິລະປະໃນລາຍການ
(ພາບ: phapluatplus.vn)

(vovworld) – ​  ຕອນ​ຄຳ່​ວັນ​ທີ 31/3, ຢູ່​ເກາະ ກາດ​ບ່າ (ນະຄອນ​ຫາຍ​ຟ່ອງ), ​ໄດ້​ດຳ​ເນີນ​ພິທີ​ສະ​ເຫຼີ​ມສະຫຼອງ 57 ປີ​ແຫ່ງ​ວັນ​ປະທານ ​ໂຮ່ຈີ​ມິນ ​ໄປ​ຢ້ຽມຢາມ​ບ້ານ ກາດ​ຫາຍ, ກາດ​ບ່າ (31/3/1959 – 31/3/2016), ​ວັນມູນ​ເຊື້ອ​ຂອງຂະ​ແໜງ​ສິນ​ໃນ​ນຳ້ ຫວຽດນາມ (1/4) ​ແລະ ​ເປີດ​ສະຫຼອງ​ການທ່ອງທ່ຽວ ກາກ​ບ່າ 2016. ກາດບ່າ​ຂຶ້ນ​ກັບ​ເມືອງ​ເກາະ ກາດຫາຍ ​ແລະ ​​ເປັນ​ໜຶ່ງ​ໃນ​ເກາະ 3 ​ແຫ່ງ​ໃຫຍ່ສຸດ​ຂອງ ຫວຽດນາມ, ຫາງ​ຈາກ​​ໃຈກາງ​ນະຄອນ​ຫາບ​ຟ່ອງ ໄປ​ທາງ​ທິດຕາ​ເວັນ​ອອກ 60 ກມ ​ ​ແລະ ຫ່າງຈາກ​ນະຄອນຫຼວງ ຮ່າ​​ໂນ​້ຍ 150 ກມ. ​ເກາະ ກາດ​ບ່າ ້​ເປັນ​ໜຶ່ງ​ໃນ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ຢູ່​​ເຂດຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ປະ​ເທດ​ຊາດ​, ​ແມ່ນ​ເຂດ​ສະ​ສົມຊີ​ວະ​ນາໆ​ພັນ​ຂອງໂລກ ດ້ວຍ​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ. ທີ່​ພິທີ​ໄຂ, ທ່ານ ຟ້າ​ມວັນ​ຮ່າ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ກາດ​ຫາຍ, ນະຄອນ ຫາຍ​ຟ່ອງ, ຢັ້ງຢືນ​ວ່າ:

        “ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ເມືອງ ກາດ​ຫາຍ ຕັດສິນ​ໃຈ​ສຸ້ຊົນ, ກໍ່ສ້າງ​ໝູ່​ເກາະ ກາດ​ຫາຍ ​ໃຫ້ກາຍ​ເປັນ ກາດ​ບ່າ​ຂຽວ, ກໍ່ສ້າງ​ເມືອງ​ເກາະ​ກາດ​ຫາຍ ​ໃຫ້ກາຍ​ເປັນ​ເຂດ​ທ່ອງ​ທ່ຽວ, ​ເປັນທ່າ​ກຳ່​ປັ່ນ​ທະ​ເລ​ສຳຄັນ​ຂອງ​ນະຄອນ ຫາຍ​ຟ່ອງ ​ແລະ ບັນດາ​​ແຂວງ​ທາງ​ພາກ​ເໜືອ.”

        ປີ 2016, ​ເມືອງ ກາດ​ຫາຍ ສຸ້ຊົນ​ບັນລຸ​ຈຸດໝາຍ​ດຶງ​ດູດ​ແຂກທ່ອງ​ທ່ຽວ​ໃຫ້​ໄດ້ກ່ວາ 1,65 ລ້ານ​ເທື່ອ​ຄົນ ​ແລະ ລາຍ​ຮັບ​​ຈາກ​ການທ່ອງທ່ຽວ ​ແລະ ການ​ບໍລິການກ່ວາ 825 ຕື້​ດົ່ງ. ​ໃນ​ຫຼາ​ຍປີ​ມາ​ນີ້, ກາດ​ບ່າ ພວມ​ຄ່ອຍໆ​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ລຶ້ງ​ເຄີຍ​ກັບ​ແຂກທ່ອງ​ທ່ຽວ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ. ທ່ານ ຫວູດັງ​ຮ່າ, ​ແຂກ​ທ່ອງ​ທ່ຽວ​​ເຄີຍ​ມາ​ຢ້ຽມ​ຢາມ ກາດ​ບ່າ ​ເປັນ​ຫຼາຍ​ຄັ້ງ, ​ໃຫ້​ຮູ້​ວ່າ:

        “​ແຂກ​ທ່ອງ​ທ່ຽວ​ຈາກ​ທຸກ​ແຫ່ງ​ມາ​ແຫ່ງ​ນີ້​​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ​ແລະ ນີ້ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ຕົ້ນ​ຕໍ່​ຂອງ​ ຫາຍ​ຟ່ອງ. ຂ້າພະ​ເຈົ້າ​ໄດ້​​ໄປ​ຢ້ຽມຢາມ ກາດ​​ແບ່ວ, ​ເກາະ ລີງ, ທິວ​ທັດ​ທຳ​ມະ​ຊາດ​ຢູ່​ທີ່​ນີ້​ງາມ​ຫຼາຍ, ນຳ້​ທະ​ເລ​ຂຽວ, ສະ​ອາດ, ອາຫານ​ທະ​ເລ​ແຊບ, ສົດ ​ແລະ ລາຄາ​​ເໝາະ​ສົມ. ປະຊາຊົນ​ຢູ່​ທີ່​ນີ້​ກໍ່​ຮັກ​ແພງ​ແຂກ​ຄົນ​ທີ່​ສຸດ.”

        ​ເນື່ອງ​ໃນ​ໂອກາດ​ນີ້, ​ເມືອງ ກາດ​ຫາຍ ກໍ່​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື: ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ​ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ ຂອງ ຫວຽດນາມ - ບັນດາ​ພະຍານ​ຫຼັກ​ຖານ​ດ້ານ​ປະຫວັດສາດ ​ແລະ ນິຕິ​ກຳ”, ງານ​ຕະຫຼາດນັດ​ວາງສະ​ແດງການຄ້າ - ການທ່ອງທ່ຽວ - ສິນ​ໃນ​ນຳ້ ກາດ​ບ່າ.


ຂ່າວ/ບົດ​ອື່ນ