ສະເຫຼີມສະຫຼອງວັນ ຄົນພິການ ຫວຽດນາມ


ສະເຫຼີມສະຫຼອງວັນ ຄົນພິການ ຫວຽດນາມ - ảnh 1

(ພາບ: vov)

 (vovworld)- ຕອນ​ເຊົ້າວັນ​ທີ 17/4, ສະມາຄົມອຸປະກາລະຄົນ​ພິການ ​ແລະ ​ເດັກ​ກຳພ້າ​ຮ່າ​ໂນ້ຍ ສົມທົບ​ກັບ​ສູນ​ແນະນຳ​ວຽກ​ເຮັດ​ງານ​ທຳ​ຊາວ​ໜຸ່ມ​ຮ່າ​ໂນ້ຍ ​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງ​ວັນ​ຄົນ​ພິການ​ຫວຽດນາມ (18/4), ວັນ​ບຸນວຽກ​ເຮັດ​ງານ​ທຳ​ເຊື່ອມ​ຕົວ​ຄົນ​ພິການ​ຄັ້ງທີ 3 ປີ 2014. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ດິງ​​ແຮ້ງ, ປະທານສະມາຄົມອຸປະກາລະຄົນ​ພິການ ​ແລະ ​ເດັກ​ກຳພ້າ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ພິທີສະ​ເຫຼີ​ມສະຫຼອງ​ວັນ​ຄົນ​ພິການ​ຫວຽດນາມ ​ແມ່ນ​ໂອກາດ​ເພື່ອ​​ໃຫ້​ບັນດາ​ອົງການ​ຈັດຕັ້ງກຳມະບານ, ສະມາຄົມ ​ແລະ ທົ່ວ​ສັງຄົມ​ສືບ​ຕໍ່​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່, ​ແບ່ງປັນ, ຮ່ວມ​ເດີນທາງ, ໜູນ​ຊ່ວຍ​ຄົນ​ພິການ​ເວົ້າລວມ, ຊາວ​ໜຸ່ມ​ພິການ​ເວົ້າສະ​ເພາະ. ພິ​ເສດ​ແມ່ນ​ການ​ບຳລຸງ​ສ້າງ, ​ໃຫ້​ຄຳ​ປຶກສາ, ຄັດ​ເລືອກ​ຄົນ​ງານ, ຈາກ​ນັ້ນ, ຊ່ວຍ​ເຂົາ​ເຈົ້າມີ​ຄວາມ​ເຊື່ອໝັ້ນ, ຄຸນ​ນະ​ທາດ ​ແລະ ມານະ​ຈິດ​ເພື່ອ​ຜ່ານ​ຜ່າ​ບັນດາ​ສິ່ງ​ກີດຂວາງ, ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ​ປະຈຳ​ວັນ. ​ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມອຸປະກາລະຄົນ​ພິການ ​ແລະ ​ເດັກ​ກຳພ້າ​ຮ່າ​ໂນ້ຍ ​ໄດ້​ມອບ​ລົດຖີບ 60 ຄັນ, ລັດ​ເຂັນ 460 ຄັນ ​ແລະ ທຶນ​ສຶກສາ​ 60 ທຶນ​ໃຫ້​ແກ່ຄົນ​ພິການ ​ແລະ ​ເດັກ​ກຳພ້າທຸກ​ຍາກ​ຂອງ​ນະຄອນ​ຮ່າ​ໂນ້ຍ ດ້ວຍ​ຍອດ​ມູນ​ຄ່າ​ກ່ວາ 600 ລ້ານ​ດົ່ງ.

   ​​ໃນ​ວັນ​ດຽວ​ກັນ, ພະ​ແນ​ກ​ແຮງ​ງານ, ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ​ແຂວງ​ດົ່ງ​ນາຍ ສົມທົບ​ກັບ​ອົງການ​ໜູນ​ຊ່ວຍ​ຄົນ​ພິການ​ຫວຽດນາມ ​ໄດ້​ໄຂ​ງານວາງສະ​ແດງ​ຮູບ​ພາບ​ດ້ວຍ​ຫົວ​ເລື່ອງ “ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ“. ງານວາງສະ​ແດງ​ແມ່ນ​ເລື່ອງ​ລາວກ່ຽວ​ກັບ​ຄົນ​ພິການ 25 ຄົນ​ທີ່​ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ດົ່ງ​ນາຍ. ຕາມ​ຄະນະ​ຈັດຕັ້ງ​ແລ້ວ, ນອກຈາກ​ການ​ເຊີດ​ຊູ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ອອກ​ແຮງ​ງານ, ອຸທິດ​ສ່ວນ​ຂອງ​ຄົນ​ພິການ, ງານ​ວາງສະ​ແດງ​ຮູ​ບພາບ​ຍັງ​ແນ່​ໃສ່​ຈຸດໝາຍ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຄັດ​ເລືອກ ​ແລະ ນຳ​ໃຊ້​ຄົນ​ງານ​ທີ່​ເປັນ​ຄົນ​ພິການ; ຍົກ​ສູງ​ຄວາມ​ຮັບ​ຮູ້​ໃນ​ສັງຄົມກ່ຽວ​ກັບ​ບັນຫາ​ພິການ ​ເພື່ອ​ແນ​ໃສ່​ຫລຸດຜ່ອນ​ຍະ​ວ່າງ​ລະຫວ່າງ​ຄົນ​ພິການ ​ແລະ ຄົນ​ທຳ​ມະ​ດາ; ລະດົມ​ກຳລັງ​ໃຈ ​ແລະ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ຄົນ​ພິການ​ມີ​ກາລະ​ໂອກາດ​ບື່ນຕົວ​ຂຶ້ນ, ​ເຊື່ອມ​ໂຍງ​ເຂົ້າກັບ​ວົງ​ຄະນາ​ຍາດ.

 

ຂ່າວ/ບົດ​ອື່ນ