ສະເຫຼີມສະຫຼອງວັນຄ້າຍ ວັນເກີດພະເຈົ້າຈັກກະພັດ ແລະ ວັນຊາດ ຍີ່ປຸນ ທີ່ນະຄອນ ໂຮ່ຈີ໋ມິນ

ສະເຫຼີມສະຫຼອງວັນຄ້າຍ ວັນເກີດພະເຈົ້າຈັກກະພັດ ແລະ ວັນຊາດ ຍີ່ປຸນ ທີ່ນະຄອນ ໂຮ່ຈີ໋ມິນ - ảnh 1
ພິທີສະ​ເຫຼີມສະຫຼອງວັນຄ້າຍ​ວັນ​ເກີດ​ພະ​ເຈົ້າຈັກກະພັດ ​ແລະ ວັນຊາດ​ ຍີ່​ປຸນ
(ພາບ: vietnamplus.vn)


(vovworld) - ພິທີສະ​ເຫຼີມສະຫຼອງວັນຄ້າຍ​ວັນ​ເກີດ​ພະ​ເຈົ້າຈັກກະພັດ ​ແລະ ວັນຊາດ​ ຍີ່​ປຸນ​ໄດ້ດຳ​ເນີນ​ໃນ​ຕອນ​ຄຳ່​ວັນ​ທີ 11/12, ທີ່ນະຄອນ ​ໂຮ່ຈີ໋ມິນ. ທີ່​ພິທີສະ​ເຫຼີມສະຫຼອງ, ທ່ານ Hida Harumitsu, ຫົວໜ້າສະຖານກົງສູນ​ໃຫຍ່ ຍີ່​ປຸນ ປະຈຳນະຄອນ ​ໂຮ່ຈີ໋ມິນ, ​ເນັ້ນໜັກວ່າ​ໃນຫຼາຍປີ​ມໍ່ໆມານີ້, ສາຍ​ພົວພັນ ຍີ່​ປຸນ - ຫວຽດນາມ ນັບ​ມື້ນັບ​ສະໜິດຕິດພັນທັງ​ຢູ່​ລະດັບ​ລັດຖະບານ ​ແລະ ພົນລະ​ເຮືອນ​ໃນຫຼາຍຂົງ​ເຂດ​ຄື ການ​ເມືອງ, ​ເສດຖະກິດ, ວັດທະນະທຳ…

      ກ່ຽວກັບ​ການ​ພົວພັນດ້ານ​ເສດຖະກິດ, ​ໃນ​ຈຳນວນ​ເງິນ​ລົງທຶນ​ໂດຍ​ກົງ​ຈາກຕ່າງປະ​ເທດ​ເຂົ້າ ຫວຽດນາມ 13 ຕື້ USD ໃນປີ 2012, ຍີ່​ປຸນກວມ​​ເອົາ 40% ດ້ວຍ​ຈຳນວນ 5,1 ຕື້ USD, ສືບ​ຕໍ່​ນຳໜ້າ​ໃນ​ບັນດາ​ປະ​ເທ​ດລົງທຶນ​ເຂົ້າ ຫວຽດນາມ. ຕາມ​ທ່ານ Hida Harumitsu ​ແລ້ວ, ນີ້​ແມ່ນ​ບັນດາ​ການ​ຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ​ໃນ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ ອາດ​ເວົ້າໄດ້ວ່າ ປັດຈຸບັນພວມ​ປະກົດ​ກະ​ແສ​ການ​ລົງທຶນ​​ໃໝ່ຈາກ ຍີ່​ປຸນ ​ເຂົ້າ ຫວຽດນາມ.

ຂ່າວ/ບົດ​ອື່ນ