ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ສ.ເຊັກໂກ

ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ສ.ເຊັກໂກ - ảnh 1
ພິທີ​ສະ​ເຫຼີ​ມສະ​ຫຼອງ 72 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​
ປະຊາຊົນ ຫວຽດນາມ (22/12/1944 – 22/12/2016)
(ພາບ: ເຈີ່ນກວາງວີງ)

(vovworld) – ​ ຕອນ​ຄ່ຳ​ວັນ​ທີ 18/12 ຢູ່ນະຄອນຫລວງ Praha ປະ​ເທດ ​ເຊັກ​​ໂກ ສະມາຄົມ​ນັກຮົບ​ເກົ່າ ຫວຽດນາມ ຢູ່ ສ.​ເຊັກ​ໂກ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະ​ຫຼອງ 72 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ ຫວຽດນາມ (22/12/1944 – 22/12/2016) ​ແລະ ກໍ່​ແມ​່ນ​ໂອກາດສະ​ເຫຼີ​ມສະຫຼອງ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ຄົບຮອບ 2 ປີ. ທ່ານ ​ເຢືອງດີງຕູ່ຍ ປະທານ​ສະມາຄົມ​ນັກຮົບ​ເກົ່າ ຫວຽດນາມ ຢູ່ ສ.​ເຊັກ​ໂກ ​ໃຫ້​ຮູ້​ວ່າ: ​ໃນ 2 ປີຜ່ານມາ ສະ​ມາ​ຄົມ​ໄດ້​ຂະຫຍາຍ​ຈຳນວນ​ສາຂາ​ສະມາຄົມຢ່າງ​ວ່ອງ​ໄວ, ​ເລີ່​ມ​ແຕ່​ມີ 2 ສາຂາ​ສະມາຄົມຢູ່ Praha ​ແລະ Karlovy Vary ມາ​ຮອດ​ປະຈຸ​ບັນ​ໄດ້​ມີ 8 ສາຂາ​ ດ້ວຍ​ສະມາຊິກ​​ປະມານ 500 ຄົນ. ​ໃນ​ປີ 2017, ສະມາຄົມ​ຈະ​ຕັ້ງໜ້າ​​ເຂົ້າຮ່ວມ​ໃນ​ບັນດາ​ການ​​ເຄື່ອນ​ໄຫວ​ລວມຂອງ​ປະຊາ​ຄົມ ກໍ່​ຄື​ຢູ່​ທ້ອງ​ຖິ່ນ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ສູ່​ບ້ານ​ເກີ​ດ​ເມືອງ​ນອນ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ ​ເຈືອງ​ແມ້ງ​ເຊີນ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສ.​ເຊັກ​ໂກ ຕີ​ລາຄາ​ສູງນ້ຳ​ໃຈ​ຫ້າວຫັນ ​ແລະ ຄວາມ​ສາມັກຄີ​ຂອງ​ບັນດາ​ນັກຮົບເກົ່າ, ຮັບ​ຮູ້​ການ​ປະກອບສ່ວນ​ອັນ​ລ້ຳ​ຄ່າ​ຂອງ​ສະມາຄົມ​ສຳລັບ​ປະຊາ​ຄົມ. ​

ຂ່າວ/ບົດ​ອື່ນ