ສະເຫລີມສະຫລອງວັນຊາດຫວຽດນາມທີ 2/9 ຢູ່ ຕ່າງປະເທດ

ສະເຫລີມສະຫລອງວັນຊາດຫວຽດນາມທີ 2/9 ຢູ່ ຕ່າງປະເທດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຕວກກີ Bulent Arinc ກ່າວຄຳເຫັນນະພິທີ
ພາບ:vov


(vovworld)- ວັນ​ທີ 2/9, ທີ່ສຳນັກງານ​ສະຖານທູດ​ຫວຽດນາມ ຢູ່ຕວກກີ ​ໄດ້​ດຳ​ເນີນ​ພິທີ​ສະ​ເຫລີ​ມສະຫລອງ 68 ປີ​ແຫ່ງ​ຊາດ​ຫວຽດນາມ ທີ 2/9 ​ແລະ 35 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຕວກກີ. ​ເຂົ້າ​ຮ່ວມ​ພິທີ, ມີ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຕວກກີ Bulent Arinc ພ້ອມ​ດ້ວຍ​ເຈົ້າ​ຫນ້າ​ທີ່ຫລາຍ​ທ່ານ ສັງກັດກະຊວງ​ການ​ຕ່າງປະ​ເທດ, ສະພາ​ແຫ່ງ​ຊາດ, ພັກ​ການ​ເມືອງ, ບັນດາ​ກະຊວງ ຂະ​ແຫນງ​ການ, ຫົວຫນ້າ​ທູຕານຸທູດ​ບັນດາ​ປະ​ເທດ, ການ​ນຳ​ວິ​ສາ​ຫະກິດ​ຕວກກີ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕວກກີ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ ຫງວຽນ​ເທ​​ເກືອ​ງ, ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ ຕວກກີ ​ໄດ້​ທົບ​ທວນຄືນ​ບັນດາ​ໄລຍະ​ປະຫວັດສາດ​ຂອງ​ປະຊາຊົນ​ຫວຽດນາມ ​ແລະ ​ເນັ້ນ​ຫນັກ​ເຖິງບັນດາ​ຜົນງານ​ອັນ​ໃຫຍ່​ຫລວງ​ໃນ​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ​ຂອງ​ປະ​ເທດ​ຊາດ. ທ່າ​ນຮອງ​ນາຍົກລັດຖະມົນຕີ ຕວກກີ Bulent Arinc ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ຊື່​ງຫວຽດນາມ ຍາດ​ມາ​ໄດ້, ​ເປັນ​ຕົ້ນ​ແມ່ນ​ບົດບາດ​ຂອງ​ຫວຽດນາມ ​ໃນ​ພາກ​ພື້ນ ​ແລະ ​ສາກົນ. ທ່ານ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດທະນາ​ຂຶ້ນສູ່​ລະດັບ​ສູງ​ໃຫມ່.

  ​​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 68 ປີແຫ່ງ​ວັນຊາດ​ຫວຽດນາມ, ປະທານາທິບໍດີ ອີ​ຢີບ Adli Mansour ​ໄດ້​ສົ່ງ​ຄຳ​ອວຍພອນ​ເຖິງ​ປະທານ​ປະ​ເທດ​ຫວຽດນາມ​ເຈືອງ​ເຕີນ​ຊາງ, ​ໃນ​ນັ້ນ ​ໄດ້​ເນັ້ນ​ຫນັກ​ວ່າ: ຍາມ​ໃດ​ ອີ​ຢີບ ກໍ​ປາດ​ຖະຫນາ​ຢາກ​ສ້າງ, ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ກັບ ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ. ​ເນື່ອງ​ໃນ​ໂອກາດ​ວັນຊາດ​ຫວຽດນາມ​ທີ 2/9 ​ແລະ ສະ​ເຫລີ​ມສະຫລອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢີບ ຢ່າງ​ເປັນ​ທາງ​ການ, ວິທະຍຸ​ກະຈາຍສຽງ​ໂທລະພາບ​ແຫ່ງ​ລັດ ​ແລະ ຫນັງສືພິມ​ທີ່​ມີ​ຊື່​ສຽງ​ຫລາຍ​ສະບັບຂອງ​ອີ​ຢີບ ​ໄດ້​ໃຫ້​ຂ່າວຢ່າງ​ຫລວງຫລາຍ​ກ່ຽວ​ກັບ​ວັນຊາດ​ທີ 2/9 ຂອງ​ຫວຽດນາມ. ​ເນື່ອງ​ໃນ​ໂອກາດ​ນີ້, ສະຖານທູດ​ຫວຽດນາມ ປະຈຳ​ຝລັ່ງ ກໍ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫລີ​ມສະຫລອງ 68 ປີ​ແຫ່ງ​ວັນ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນຊາດ​ຫວຽດນາມ ທີ 2/9 ຢູ່ ນະຄອນຫລວງ ປາຣີ. ​ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານນາງ  Marie Christine Blandin, ສະມາຊິ​ກສະພາ​ສູງ, ປະທານ​ຄະນະ​ກຳມະການ​ວັດທະນະທຳ, ການ​ສຶກສາ ​ແລະ ສື່​​ສານ, ສະມາຊິກ​ກຸ່ມ​ມິດຕະພາບ​ຢູ່​ສະພາ​ສູງ​ ຝລັ່ງ ​ໄດ້​ເວົ້າ​ວ່າ:

        “ຂ້າພະ​ເຈົ້າ​ຮູ້ສຶກຕື້ນຕັນ​ໃຈ​ເມື່ອ​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫລີ​ມສະຫລອງ​ວັນ​ປະທານ​ໂຮ່ຈິ​ມີນ ຖະ​ແຫລ​ງ​ສະຖາປະນາ​ປະ​ເທດ​ຫວຽດນາມ. ພິທີ​ສະ​ເຫລີ​ມສະຫລອງ​ໃນ​ມື້​ນີ້ ຍັງ​ມີ​ຄວາມ​ໝາຍ ​ເມື່ອພວກ​ເຮົາ​ພວມ​ລໍຖ້າ​ການ​ຢ້ຽມຢາມ​ ຝລັ່ງ ​ໃນ​ໄລຍະຈະ​ມາ​ເຖິງຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ, ຊື່​ງ​ແມ່ນ​ເຫດການ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.”

            ​​ເນື່ອງ​ໃນ​​ໂອກາດ​ນີ້ ຊາວ​ຫວຽດນາມ ອາ​ໄສ ຢູ່ ລາວ,​ກຳປູ​ເຈຍ, ອົດ​ສະ​ຕາ​ລີ, ອາ​ເຊຣີ … ກໍ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ສະ​ເຫລີ​ມສະຫລອງ 68 ປີ​ແຫ່ງ​ວັນຊາດ​ຫວຽດນາມ ທີ 2/9 ​ເຊັນ​ດຽວ​ກັນ.

 

ຂ່າວ/ບົດ​ອື່ນ