ສະເຫລີມສະຫລອງວັນແພດໝໍຫວຽດນາມຢູ່ພາຍໃນແລະຕ່າງປະເທດ

ສະເຫລີມສະຫລອງວັນແພດໝໍຫວຽດນາມຢູ່ພາຍໃນແລະຕ່າງປະເທດ - ảnh 1
ການເຄື່ອນໄຫວວັນແພດໝໍຫວຽດນາມ ຖືກຈັດຂຶ້ນໃນທົ່ວປະເທດ
ພາບ:dangcongsan.vn


 (vovworld) - ​ພິທີ​ສະ​ເຫລີ​ມສະຫລອງ​ວັນ​ແພດ​ໝໍ​ຫວຽດນາມ ຖືກ​ດຳ​ເນີນ​ໄປ​ຢູ່​ຫລາຍ​ທ້ອງ​ຖິ່ນ​ໃນ​ວັນ​ທີ 27/2. ກ່ອນ​ຫນ້າ​ນັ້ນ, ວັນ​ທີ 26/2, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດືກດາມ ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ ອາ​ໄລ​ຫາທ່ານ​ເລ​ຫື​ວຈາກ ຊື່​ງ​ແມ່ນ​ຜູ້​ກໍ່​ຕັ້ງ​ ​ພື້ນຖານ​ການ​ແພດ​ຫວຽດນາມ ຢູ່ ຮື​ງອຽນ. ຕອນ​ຄຳ່​ວັນ​ດຽວ​ກັນ, ຢູ່ ນະຄອນ ​ໂຮ່ຈິ​ມີນ ​ໄດ້​ຈັດ​ງານ​ລາຕີ “Blouse ຂາວ​ແຫ່ງ​ສາຍ​ຈິດ​ມິດ​ໃຈ” ​ເພື່ອຢັ້ງຢືນ​ພາລະ​ກຳ​ອັນ​ສູງ​ສົ່ງ ​ແລະ ​ເຊີດ​ຊູບັນດາ​ການ​ປະກອບສ່ວນ​ຂອງ​ບັນດາ​ພະນັກງານ​ການ​ແພດ, ທ່ານໝໍ ເບິ່ງ​ແຍງ​ສຸຂະພາບ ​ແລະ ກູ້​​ເອົາ​ຊີວິດ​ໃຫ້​ແກ່​ປະຊາຊົນ ທັງ​ວັນ ​ແລະ ຄືນ​​. ​ເຂົ້າ​ຮ່ວມ​ງານ​ລາຕີ, ສາດ​ສະ​ດາ​ຈານ, ທ່ານໝໍ ຫງວຽນ​ເຈີ​ນຮຸ່ງ, ວິລະ​ຊົນ​ແຮງ​ງານ, ປະທານ​ສະມາຄົມ​ໂລກ​ມະ​ເຮ​ງ ຫວຽດນາມ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ລັດ​ສ້າງ​ຍຸດ​ທະ​ສາດ​ຮັກສາ​ສຸຂະພາບຢ່າງ​ແທ້​ຈິງ​ນັ້ນ​ແມ່ນ: ກໍ່ສ້າງ​ໂຮງໝໍ​ຫລາຍແຫ່ງ​ກວ່າ, ດ້ວຍເນື້ອ​ທີ່ກວ້າງ​ກວ່າ, ຈຳນວນພະນັກ​ງານ​ການ​ແພດ​ຫລາຍ​ກວ່າ, ​ການ​ປະສານ​ສົມທົບ​ລະຫວ່າງໂຮງຮຽນ​ການແພດ ແລະ ໂຮງໝໍ​ ຕ້ອງສອດຄ່ອງ ​ແລະ ​ແຫນ້ນ​ແຟ້ນກວ່າ. ທີ​ສອງ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ວົງ​ຄະນາ​ຍາດ.

​ທີ່​ການ​ພົບ​ປະ​ສັງ​ສັນ, ຍ້ອງ​ຍໍ​ສັນລະ​ເສີນ ​ແພດ​ໝໍ​ດີ​ເດ່ັນ 80 ຄົນທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ພາລະກິດ​ພັດທະນາ​ຂະ​ແຫນງ​ສາທາລະນະ​ສຸກ ​ໂດຍ​ສະຫະພັນ​ແຮງ​ງານ​ຮ່າ​ໂນ້ຍ ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 26/2, ການ​ນຳ​ຂະ​ແຫນງ​ສາທາລະນະ​ສຸກ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ຂະ​ແຫນງ​ສາທາ​ລະນະ​ສຸກ​ຈະ​ເອົາ​ໃຈ​ໃສ່​ພັດທະນາ​ຕາຫນ່າງສາທາລະນະ​ສຸກ​ຂັ້ນ​ຮາກ​ຖານ, ສູ້​ຊົນ​ມີ​ຕື່ມ​ອີກ 25 ຕາ​ແສງບັນລຸ​ມາດຖານ​​ແຫ່ງຊາດ​ກ່ຽວ​ກັບສາທາລະນະ​ສຸກ, 100% ສຸກສາລາ​ຢູ່​ຕາ​ແສງ ມີ​ທ່ານໝໍ​ກວດ​ ແລະ ປິ່ນປົວ​ພະຍາດ.

        ​ໃນ​ຂະນະ​ນັ້ນ​ຢູ່ ມົດ​ສະ​ກູ, ຕອນ​ຄຳ່​ວັນ​ທີ 25/2 ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ສະມາຄົມການ​ແພດ​ພື້ນ​ເມືອງ ຫວຽດນາມ-​ລັດ​ເຊຍ ສາຂາ​ຢູ່ ມົດ​ສະ​ກູ ຄັ້ງ​ປະຖົມມະ​ເລີກ. ການ​ສ້າງ​ຕັ້ງສະມາຄົມ​ດັ່ງກ່າວ​ ​ແນ​ໃສ່​ພັດທະນາ​ປະຊາ​ຄົມ​ການ​ແພດ​ພື້ນ​ເມືອງ​ຢູ່​ຕ່າງປະ​ເທດ​, ນຳ​​ຄວາມ​ຮູ້ ​ແລະ ບົດຮຽນ​ດ້ານ​ວິຊາ​ສະ​ເພາະ, ປະກອບສ່ວນ​ເຂົ້າໃນພາລະກິດ​ເບິ່ງ​ແຍງ​ສຸຂະພາບ​ໃຫ້​ແກ່​ວົງ​ຄະນາ​ຍາດ, ປະກອບສ່ວນ​ກໍ່ສ້າງ ແລະ ໂຄສະນາ​ກ່ຽວກັບ​ການ​ແພດ​ພື້ນ​ເມືອງ​ຫວຽດນາມ ໃຫ້ກາຍ​ເປັນ​ຂະ​ແຫນງວິທະຍາສາດ​ເຕ​ັມ​ໄປ​ດ້ວຍສີສັນ​ຫວຽດນາມ.

 

 

 

ຂ່າວ/ບົດ​ອື່ນ