ສະເໜີແຜນຮ່າງສ້າງບົດລາຍງານປະຈຳປີກ່ຽວກັບຕະຫຼາດແຮງງານ

ສະເໜີແຜນຮ່າງສ້າງບົດລາຍງານປະຈຳປີກ່ຽວກັບຕະຫຼາດແຮງງານ - ảnh 1
ສະເໜີແຜນຮ່າງສ້າງບົດລາຍງານປະຈຳປີກ່ຽວກັບຕະຫຼາດ
ແຮງງານ
(ພາບ: baocongthuong.com.vn)

(vovworld) - ແຜນ​ຮ່າງ​ສ້າງ​ບົດ​ລາຍ​ງານ​ປະ​ຈຳ​ປີ​ກ່ຽວ​ກັບ​ຕະຫຼ​າດ​ແຮງ​ງານ​ເລີ່ມ​ໄດ້​ຮັບ​ກ​ານ​ປະ​ຕິ​ບັດ​ແຕ່​ປີ 2015, ດ້ວຍ​ເລື່ອງ​ສຸມ​ໃສ່​ເຂົ້າ​ໃນ​ບັນ​ຫາ​ທັດ​ສະ​ແຮງ​ງານ ແລະ ການ​ທ​ຽບ​ທ​ຽມ​ກັບ​ສະ​ມັດ​ຕະ​ພາບ​ການ​ອອກ​ແຮງ​ງານ. ບົດ​ລາຍ​ງານ​ຈະ​ລວມ​ມີ 2 ພາກ​ຕົ້ນ​ຕໍ​ແມ່ນ: ໄຈ້​ແຍກ ແລະ ຕີ​ລາ​ຄາ​ບັນ​ດາ​ບັນ​ຫາ​ແຮງ​ງານ​ທີ່​ມີ​ຜົນ​ສະ​ທ້ອນ​ເຖິງວິ​ສາ​ຫະ​ກິດ, ສຳຫຼວ​ດ ແລະ ໄຈ້​ແຍກ​ ​ບັນ​ຫາ​ພວມ​ໄດ​້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກວິ​ສາ​ຫະ​ກິດຢ່າງ ເລິກ​ເຊິ່ງ ເພື່ອ​ຍົກ​ອອກ​​ບັນ​ດາ​ຂໍ້​ສະ​ເໜີ​ແນະ​ນະ​ໂຍ​ບາຍ​ລະ​ອຽດ​ທີ່​ສຸດ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ “ສະ​ເໜີ​ແຜນ​ຮ່າງ​ສ້າງ​ບົດ​ລາຍ​ງານປະ​ຈຳ​ປີ​ກ່ຽວ​ກັບ​ຕະຫຼາດ​ແຮງ​ງານ”, ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ ໃນ​ຕອນ​ເຊົ້າ​ວັນ​ທີ 4/3, ທ່ານ​ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອ​ຸດ​ສາ​ຫະ​ກຳ ຫວຽດ​ນາມ ຫວູ​ຕ໋ຽ​ນ​ໂລກ, ຖື​ວ່າ:

        “”ປະ​ຊາ​ຄົມ​ຜູ້​ນຳ​ໃຊ້​ແຮງ​ງານ​ຕ້ອງ​ມີ​ສຽງ​ເວົ້າ​ເປັນ​ເສ​ນາ​ທິ​ການ​ໃຫ້​ແກ່​ພັກ, ລັດ ກໍ່​ສ້າງ​ຍຸດ​ທະ​ສ​າດ​ພັດ​ທະ​ນາ​ຕະຫຼາດ​ຄົນ​ງານ ທັງ​​ແມ່ນພາກ​ສ່ວນ​ຕົ້ນ​ຕໍເຂົ້າ​ຮ່ວມ​​ຢ່າງຕັ້ງ​ໜ້າ​ເຂົ້າ​ໃນ​ວິ​ວັດ​ການນີ້. ຜ່ານນັ້ນ, ໃນ​ຂົງ​ເຂດ​ສອນ​ວິ​ຊາ​ຊີບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ​ຕ້ອງແມ່ນ​ໜຶ່ງ​ໃນ​ບັນ​ດາ​ກຳ​ລັງຫຼັກ​ແຫຼ່ງ​ເຂົ້າ​ຮ່ວມ​ບັນ​ຫານີ້, ສົ່ງ​ເສີມ​ການ​ເຂົ້າ​ຮ່ວມ​ເຂົ້າ​ໃນ​ບັນ​ຫາ​ບຳ​ລຸງ​ສ້າງ ແລະ ເປີ​ດ​ປະ​ຕູ​ໃຫ້​ແກ່​ການ​ລົງ​ທຶນ​ຕ່າງ​ປະ​ເທດ. ດ້ວຍ​ສະ​ຕິ​ກ່ຽວ​ກັບ​ຄວາມ​ຮັບ​ຜິດ​ຊອບ​ຂອງວົງ​ການ​ນຳ​ໃຊ້​ແຮງ​ງານ, ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ໄດ້​ກໍ່​ສ້າງ​ແຜ​ນ​ຮ່າງ​ເຕົ້າ​ໂຮມ​ຄຳ​ເຫັນ​​ປະ​ກອບຂອ​ງວົງ​ການ​ຜູ້​ນຳ​ໃຊ້​ແຮງ​ງານ​ໃນ​ຂົງ​ເຂດນີ້ ແລະ ​​ຈະປະ​ກາດ​ປະ​ຈຳ​ປີ.

 


ຂ່າວ/ບົດ​ອື່ນ