ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ, ອາ​ໄລຫາບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ເອ​ກະ​ລາດ​ແຫ່ງ​ຊາດ

(VOVWORLD) - ເນື່ອງໃນໂອກາດລະນຶກເຖິງວັນທະຫາຍເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 76 ປີ ( 27/7/1946 - 27/7/2023), ວັນທີ 25 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ຫງວຽນຈ້ອງເຫງຍ ໄດ້ຈູດທູບໃຕ້ທຽນອາໄລຫາຢູ່ວິຫານບູຊາເຈົ້າຊີວິດຮຸ່ງ, ໄປຢື້ຢາມຖາມຂ່າວ, ໃຫ້ກຳລັງໃຈແກ່ບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດຂອງນະຄອນ ຖູດຶກ (ນະຄອນ ໂຮ່ຈີມິນ).
 
ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ, ອາ​ໄລຫາບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ເອ​ກະ​ລາດ​ແຫ່ງ​ຊາດ - ảnh 1ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ຫງວຽນຈ້ອງເຫງຍ ໄດ້ຈູດທູບໃຕ້ທຽນອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດ (ພາບ:TTXVN)

        ກ່າວຄຳເຫັນຕໍ່ອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນນະຄອນ ຖູດຶກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຫວຽນຈ້ອງເຫງຍ ເນັ້ນໜັກວ່າ ວຽກງານສະແດງຄວາມຮູ້ບຸນຄຸນ, ອາໄລຫາບັນດານັກຮົບວິລະຄົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ; ຢື້ຢາມຖາມຂ່າວ, ໃຫ້ກຳລັງໃຈແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ສະແດງໃຫ້ເຫັນມູນເຊື້ອຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງຊາດ ຫວຽດນາມ. ນັ້ນແມ່ນຄວາມຮັບຜິດຊອບ, ນ້ຳໃຈຂອງພັກ, ລັດ, ທຸກຂັ້ນ, ທຸກຂະແໜງການ ແລະ ຂອງທົ່ວສັງຄົມ ໃນການຕອບບຸນແທນຄຸນ, ຮ່ວມແຮງຮ່ວມໃຈປະຕິບັດວຽກງານສັງຄົມໃຫ້ເປັນຢ່າງດີ.

        ກໍໃນຕອນຄ່ຳຂອງວັນທີ 25 ກໍລະກົດ, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊິນ, ແຂວງ ກວ໋າງຈິ, ໄດ້ດຳເນີນລາຍການສະແດງສິລະປະ “ນ້ຳໃຈເດືອນກໍລະກົດ - ຖະຫວາຍດອກໄມ້ອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ