ສ້າງກົນໄກເພື່ອໃຫ້ກອງທຶນສ່ຽງໄພເຂົ້າຮ່ວມການພັດທະນາວິທະຍາສາດ,ເຕັກໂນໂລຢີ

ສ້າງກົນໄກເພື່ອໃຫ້ກອງທຶນສ່ຽງໄພເຂົ້າຮ່ວມການພັດທະນາວິທະຍາສາດ,ເຕັກໂນໂລຢີ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດີງ​ເຫ​ວ້ ທີ່​ການ​ເຮັດ​ວຽກ​
ກັບ​ຄະນະ​ຄຸ້ນຄອງ​ເຂດ​ເຕັກ​ໂນ​ໂລ​ຢີສູງ​ນະຄອນ ​ໂຮ່ຈີ​ມິນ
(ພາບ:infonet.vn)

(vovworld) –​​ “ສ້າງ​ກົນ​ໄກ​ເພື່ອ​ໃຫ້ກອງ​ທຶນ​ສ່ຽງ​ໄພ​ ເຂົ້າ​ຮ່ວມ​ການ​ພັດທະ​ນາ​ວິທະຍາສາດ,​ເຕັກ​ໂນ​ໂລ​ຢີ” ນັ້ນ​ແມ່ນ​ຄຳ​​ເຫັນຊີ້​ນຳ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດີງ​ເຫ​ວ້ ທີ່​ການ​ເຮັດ​ວຽກ​ກັບ​ຄະນະ​ຄຸ້ນຄອງ​ເຂດ​ເຕັກ​ໂນ​ໂລ​ຢີສູງ​ນະຄອນ ​ໂຮ່ຈີ​ມິນ ​ໃນ​ວັນ​ທີ 20/05. ຕີ​ລາຄາ​ສູງ​ບົດບາດນຳ​ໜ້າ​ໃນ​ທົ່ວ​​​ປະ​ເທດຊາດ​ໃນ​ການ​ດຶງ​ດູດ​ການ​ລົງທຶນ, ການ​ຜະລິດ, ການພັດທະນາຄວາມ​ສາມາດດ້ານ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດີງ​ເຫວ້ ​ໃສ່​ໃຈ​ເຂດ​ເຕັກ​​ໂນ​ໂລ​ຢີສູງ ນະຄອນ​ໂຮ່ຈີ​ມິນ ຄວນ​ຄິດ​ໄລ່​​ເພີ່ມ​ແຫຼ່ງກຳລັງ​ການ​ລົງທຶນ​ຕື່ມ​ອີກ, ​ເລືອກ​​ເຟັ້ນບັນດາ​ວິ​ສາ​ຫະກິດ​ທີ່ນຳ​ໃຊ້​ປະລິມານ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີສູງ ຫາກບໍ່​ພຽງ​ແຕ່​ແມ່ນ​ບັນດາວິ​ສາ​ຫະກິດ​ປະກອບ​ເຄື່ອງ​ຈັກ. ພ້ອມ​ກັນນັ້ນ ​ເຂດ​ເຕັກ​ໂນ​ໂລ​ຢີສູງ​ນະຄອນ​ຄວນ​ດຶງ​ດູດ​​​ແນວ​ຄວາມ​ຄິດ, ຂໍ້​ລິ​ເລີ່​ມ, ປະ​ດິ​ດຄິດສ້າງ​ວິທະຍາສາດ​ຈາກ​ບັນດາ​ໂຮງຮຽນ, ສະ​ຖາ​ບັນ, ສູນ​ຄົ້ນ​ຄວ້າ ພ້ອມ​ທັງມານະ​ພະຍາຍາມ​ຫັນ​ບັນດາ​ຂໍ້​ລິ​ເລີ່​ມເປັນການ​ຄ້ານັ້ນ ກາຍ​ເປັນ​ບັນດາຜະລິດ​ຕະພັນ​ລະອຽດ ​ເພື່ອ​​ໃຫ້ເຂດ​ເຕັກ​ໂນ​ໂລ​ຢີສູງ​ນະຄອນກາຍ​ເປັນ​ສວນກ້າ​ເບ້ຍດ້ານວິທະຍາສາ​ດ​ເຕັກ​ໂນ​ໂລ​ຢີ ​ແລະ ​ແມ່ນ​​ໃຈກາງດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ​​. ທ່ານ​ຮອງ​ນາຍົ​ກລັດຖະມົນຕີ ​ເວື​ອງດີງ​ເຫ​ວ້ ​ເນັ້ນ​ໜັກ​ວ່າ: ການ​ພັດທະນາ​ວິທະຍາສາ​ດ ​ເຕັກ​ໂນ​ໂລ​ຢີ ຕ້ອງ​ເຄົາ​ລົບ​ຫຼັກການ​ຕະຫລາດ, ຕິ​ດ ພັນກັບ​ຕະຫລາດ​ການ​ເງິນ, ​ແຮງ​ການ, ສິນຄ້າ​ການ​ບໍລິການ, ພ້ອມ​ທັງ​ຄວນ​ມີ​ກອງ​ທຶນ​ສ່ຽງ​ໄພ​ສ່ວນ​ບຸກຄົນ​ເຂົ້າ​ຮ່ວມ, ສ້າງ​ກົນ​ໄກ ​ເພື່ອ​ສົ່ງ​ເສີມ​ບັນດາ​ກອງ​ທຶນ​ສ່ຽງ​ໄພສ່ວນບຸກຄົນ​ນີ້.

ຂ່າວ/ບົດ​ອື່ນ