ສ້າງຄວາມຄົບຊຸດ,ເປັນເອກະພາບໃນລະບົບກົດໝາຍກ່ຽວກັບການວາງແຜນກຳນົດ

ສ້າງຄວາມຄົບຊຸດ,ເປັນເອກະພາບໃນລະບົບກົດໝາຍກ່ຽວກັບການວາງແຜນກຳນົດ - ảnh 1
ກອງປະຊຸມຄັ້ງທີ 3 ຂອງຄະນະປະຈຳສະພາແຫ່ງຊາດ

(vovworld) – ​ໂດຍ​ສືບ​ຕໍ່​ລາຍການ​ເຮັດ​ວຽກຂອງ​ກອງ​ປະຊຸມ​ຄັ້ງ​ທີ 3, ຕອນ​ເຊົ້າ​ວັນ​ທີ 16/9, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການວາງ​ແຜນກຳນົດ. ​ໃບ​ຍື່ນ​ສະ​ເໜີ​ຂອງ​ລັດຖະບານ​ໄດ້​ຊີ້​ແຈ້ງ​ບັນດາ​ສິ່ງ​ຍັງ​ຄົງ​ຂ້າງ, ຈຳກັດ​ຂອງ​ວຽກ​ງານ​ວາງ​ແຜນກຳນົດ​ໃນ​ໄລຍະ​ຜ່ານ​ມາ, ກໍ່​ຄວາມ​ຫຍຸ້ງຍາກ​ໃນ​ການ​ບໍລິຫານ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ, ​ເຮັດ​ໃຫ້​​ແຫຼ່ງກຳລັງ​ຂອງ​ປະ​ເທດ​ຊາດ ຖືກຟຸມ​​ເຟືອຍ, ສົ່ງ​ຜົນ​ສະທ້ອນ​ເຖິງ​ສະພາບ​ແວດ​ລ້ອມ​ຊີວະ​ພາບ ​ແລະ ກີດ​ຂວາງ​ການ​ເຄື່ອນ​ໄຫວ​ລົງທຶນ, ດຳ​ເນີນ​ທຸລະ​ກິດຂອງ​ບັນດາ​ອົງການ, ວິ​ສາ​ຫະກິດ ​ແລະ ປະຊາຊົນ. ດັ່ງ​ນັ້ນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ເຫັນ​ດີ​ໂດຍ​ພື້ນຖານ​ຕໍ່ຄວາມ​ຈຳ​ເປັນ​ສ້າງ​ກົດໝາຍ​ວ່າ​ດ້ວຍ​ການວາງ​ແຜນກຳນົດ. ທ່ານ ຟານ​ຊວນ​ຢູ້ງ, ຫົວໜ້າ​ກຳມາ​ທິການ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ, ສິ່ງ​ແວດ​ລ້ອມ, ຖື​ວ່າ:

        “ນີ້​ແມ່ນ​ກົດໝາຍ​ໜຶ່ງ​ຄື​ດັ່ງ​ການ​ປະຕິວັດ​ກ່ຽວ​ກັບ​ການ​ວາງ​ແຜນກຳນົດ ​ແລະ ກະກຽມ​ຢ່າງ​ລະອຽດ, ​​ເສຍ​ເວລາ​ຫຼາຍ. ຂ້າພະ​ເຈົ້າ​ເວົ້າ​ຄື​ແນວ​ນັ້ນ​ເພື່ອ​ສະ​ແດງ​ໃຫ​້​ເຫັນ​ລັກສະນະ​ຮີບ​ດ່ວນ, ຈຳ​ເປັນ​ຂອງ​ກົດໝາຍ​ສະບັບ​ນີ້. ທີ່​ສອງ, ຕາມ​ຂ້າພະ​ເຈົ້າ​ແລ້ວ, ກົດໝາຍ​ນີ້​ແມ່ນ​ກອບ​ກົດໝາຍ​ມີ​ລັກສະນະ​ກຳນົດ​ທິດ​ເທົ່າ​ນັ້ນ. ດັ່ງ​ນັ້ນ, ​ໃນ​ຂອບ​ເຂດ​ການ​ປັບປຸງ​ ພວກເຮົາຕ້ອງສະແດງ​ໃຫ້​ເຫັນວ່ານີ້ແມ່ນກົດໝາຍມີລັກສະນະກຳນົດທິດ, ທິດສະດີ.”


ຂ່າວ/ບົດ​ອື່ນ