ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຊຸກ​ຍູ້​ການ​ພົວ​ພັນ​ຫວຽດ​ນາມ - ອົດ​ສະ​ຕາ​ລີ​ ໃນ​ບັນ​ດາ​ຂົງ​ເຂດ

(VOVWORLD) - ຕອນບ່າຍວັນທີ 24 ມີນາ ປີ 2022, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Marise Payne.
ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຊຸກ​ຍູ້​ການ​ພົວ​ພັນ​ຫວຽດ​ນາມ - ອົດ​ສະ​ຕາ​ລີ​ ໃນ​ບັນ​ດາ​ຂົງ​ເຂດ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໂອ້ລົມທາງໂທລະສັບກັບທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Marise Payne (ພາບ: baoquocte.vn)

ໃນການໂອ້ລົມທາງໂທລະສັບ, ລັດຖະມົນຕີສອງທ່ານໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ການພັດທະນາຢ່າງແຮງຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ໃນໄລຍະຜ່ານມາ.

        ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຕີລາຄາສູງຕໍ່ເລື່ອງ ອົດສະຕາລີປະກາດວ່າຈະໜູນຊ່ວຍວັກຊິນກັນໂຄວິດ - 19 ໃຫ້ຫວຽດນາມ ຕື່ມອີກ ເພື່ອຜັນຂະຫຍາຍບັ້ນສັກວັກຊິນໃຫ້ເດັກນ້ອຍ, ທ່ານກໍ່ຖືວ່າ ການໜູນຊ່ວຍອັນລ້ຳຄ່າ ແລະ ທັນການຂອງລັດຖະບານອົດສະຕາລີ ຈະຊ່ວຍໃຫ້ຫວຽດນາມ ຍູ້ໄວການສັກວັກຊິນ, ປະກອບສ່ວນຢ່າງແທດຈິງເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ຫວຽດນາມ ໃນປັດຈຸບັນ.

        ລັດຖະມົນຕີສອງທ່ານໄດ້ເຫັນດີຕີລາຄາສູງຕໍ່ເລື່ອງສອງປະເທດເປີດປະຕູຢ່າງສົມບູນ ຈະສ້າງຄວາມສະດວກໃຫ້ແກ່ການຊຸກຍູ້ການພົວພັນລະຫວ່າງສອງປະເທດ ໃນທຸກຂົງເຂດ, ເປັນຕົ້ນແມ່ນການແລກປ່ຽນຄະນະຜູ້ແທນ, ການພົບປະແລກປ່ຽນປະຊາຊົນ, ເສດຖະກິດ, ກະສິກຳ, ແຮງງານ...ປະກອບສ່ວນນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ