ສ້າງຍຸດທະສາດພັດທະນາຂະແໜງກວດກາຮອດປີ2025,ວິໄສທັດຮອດປີ2035

ສ້າງຍຸດທະສາດພັດທະນາຂະແໜງກວດກາຮອດປີ2025,ວິໄສທັດຮອດປີ2035 - ảnh 1
(ທ່ານ​ຫົວ​ໜ້າ​ອົງການ​ກວດກາ​ລັດຖະບານ ຮີນ​ຟອງ​ແຈງ)

​(vovworld) - ຕອນ​ເຊົ້າ​ວັນ​ທີ 29/05, ຢູ່​ຮ່າ​ໂນ້ຍ, ອົງການ​ກວດກາ​ລັດຖະບານ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ກໍ່ສ້າງ​ຍຸດ​ທະ​ສາດ​ພັດທະນາ​ຂະ​ແໜງ​ກວດກາ​ຮອດ​ປີ 2025, ວິ​ໄສ​ທັດ​ຮອດ​ປີ 2035”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຫົວ​ໜ້າ​ອົງການ​ກວດກາ​ລັດຖະບານ ຮີງ​ຟອງ​ແຈງ ຖື​ວ່າ, ​ແຜນຮ່າງ​ “ສ້າງ​ຍຸດ​ທະ​ສາດ​ພັດທະນາ​ຂະ​ແໜງ​ກວດກາ​ຮອດ​ປີ 2025, ວິ​ໄສ​ທັດ​ຮອດ​ປີ 2035” ​ໄດ້​ຮັບ​ການ​ສ້າງຕັ້ງ​ດ້ວຍ​ທິດ​ທາງ​ລະອຽດ, ​ແຕ່​ລະບາດ​ກ້າວ​ຢ່າງ​ໝັ້ນຄົງ, ​ແທດ​ເໝາະ​ກັບ​ວິວັດທະນາ​ການ​ປ່ຽນ​ໃໝ່​ລະບົບ​ການ​ເມືອງ, ການປະຕິ​ຮູບ​ບໍລິຫານ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງການຍົກ​ສູງ​ກຳລັງ, ປະສິດທິ​ຜົນ​ຂອງ​ກົງ​ຈັກ​ລັດ, ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

        “ບົນ​ພື້ນຖານ​ບັນດາ​ຄຳ​ເຫັນ​ປະກ​ອບ, ​ອົງການ​ກວດກາ​ລັດຖະບານ ສ້າງ​ແຜນ​ຮ່າງ​ດ້ວຍ 4 ຂໍ້, ​ເຊິ່ງຕາມ​ນັ້ນ​ແລ້ວ, ທັດສະນະສ້າງ​ຍຸດ​ທະ​ສາດ​ໄດ້​ຊາບ​ຊຶມ​ຖືກ​ຕາມ​​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ ​ແລະ ລັດ ​ເພື່ອ​ແນ​ໃສ່​ສ້າງ​ອົງການ​ກວດກາ​ຕາມ​ຂັ້ນ​ບໍລິຫານ ຫັນປ່ຽນ​ເປັນ​ການ​ຕໍ່ສູ້, ຕ້ານການ​ສໍ້​ລາດ​ບັງ​ຫຼວງ, ຟຸມ​ເຟືອຍ… ​ໃນ​ກົງ​ຈັກ​ຂອງ​ລັດ.”

ຂ່າວ/ບົດ​ອື່ນ