ສ້າງຕັ້ງພັກການເມືອງໃໝ່ ຢູ່ ອີຢິບ

ສ້າງຕັ້ງພັກການເມືອງໃໝ່ ຢູ່ ອີຢິບ - ảnh 1
ທ່ານ Mohamed El Baradei
(ພາບ: Reuters)

(vovworld) – ອະດີດ​ຜູ້ອຳນວຍການ​ໃຫຍ່​ອົງການ​ພະລັງງານ​ປະ​ລະ​ມາ​ນູສາກົນ (ຫຼື IAEA), ທ່ານ Mohamed El Baradei ຫາ​ກໍ​ປະກາດ​ສ້າງ​ຕັ້ງ​ພັກ​ການ​ເມືອງ​ໃໝ່ ​ເພື່ອ​ແນ​ໃສ່​ຊຸກຍູ້​ວິວັດ​ການ​ມອບ​ໂອນ​ປະຊາທິປະ​ໄຕ​ຢູ່ ອີ​ຢິບ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ເມືອ​ວັນ​ທີ 28/4, ທ່ານ El Baradei ຢືນຢັນວ່າ, ​ເລື່ອງ​ສ້າງ​ຕັ້ງ​ພັກ ລັດຖະທຳ​ມະນູນ​ແມ່ນ​ເພື່ອ​ແນ​ໃສ່​ສ້າງສາ​ຄືນພື້ນຖານ​ປະຊາທິປະ​ໄຕ​ແຫ່ງ​ຊາດ ອີ​ຢິບ. ທ່ານ El Baradei ກໍ່​ໃຫ້​ຮູ້​ວ່າ: ພັກ​ລັດຖະທຳ​ມະນູນ​ຂອງ​ທ່ານ​ຈະ​ເຄື່ອນ​ໄຫວ​ຕາມ​ທິດ​ທາງນິຍົມ​ຄວາມ​ສະຫງົບ​ເຖິງ​ວ່າ​ຍັງ​ບໍ່​ໄດ້​ຈົດ​ທະບຽນ​ຢ່າງ​ເປັນ​ທາງການກໍ່ຕາມ, ​ແຕ່​ວ່າ​ພັກ​ນີ້​ໄດ້​ກ້າວ​ເຂົ້າ​ສູ່​ການ​ເຄື່ອນ​ໄຫວ​ໃນ 2 ຫຼື 3 ​ເດືອນ​ຈະ​ມາ​ເຖິງ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 14/1 ຜ່ານ​ມາ, ທ່ານ El Baradei ​ໄດ້​ຖະ​ແຫຼ​ງວ່າ​ຈະ​ບໍ່​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ປະທາ​ນາ​ທິບໍດີ ອີ​ຢິບ, ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ເດືອນ 5 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ