ສ້າງ​ຕັ້ງ​ພະ​ແນກ​ທຸ​ລະ​ກຳ​ຫຼັກ​ຊັບ ຫວຽດ​ນາມ ຕາມ​ຮູບ​ແບບ​ບໍ​ລິ​ສັດ ແມ່ - ບໍ​ລິ​ສັດ​ລູກ

(VOVWORLD) -VNX ແມ່ນບໍລິສັດແມ່ ເຊິ່ງໄດ້ຈັດຕັ້ງຕາມຮູບການບໍລິສັດຈຳກັດຜູ້ດຽວໂດຍ ທຶນຈົດທະບຽນ 100% ຂອງລັດ.
ສ້າງ​ຕັ້ງ​ພະ​ແນກ​ທຸ​ລະ​ກຳ​ຫຼັກ​ຊັບ ຫວຽດ​ນາມ ຕາມ​ຮູບ​ແບບ​ບໍ​ລິ​ສັດ ແມ່ - ບໍ​ລິ​ສັດ​ລູກ - ảnh 1ສຳນັກງານພະແນກທຸລະກຳຫຼັກຊັບ ຮ່າໂນ້ຍ (ພາບ:hnx.vn)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫາກໍລົງນາມໃນຂໍ້ຕົກລົງວ່າດ້ວຍການສ້າງຕັ້ງ ພະແນກທຸລະກຳຫຼັກຊັບ  ຫວຽດນາມ (VNX) ຕາມຮູບການບໍລິສັດແມ່ ແລະ ບໍລິສັດລູກ ບົນພື້ນຖານຊັບຊ້ອນຄື ພະແນກທຸລະກຳຫຼັກຊັບ ຮ່າໂນ້ຍ ແລະ ພະແນກທຸລະກຳຫຼັກຊັບ ນະຄອນໂຮ່ຈີມິນ. VNX ແມ່ນບໍລິສັດແມ່ ເຊິ່ງໄດ້ຈັດຕັ້ງຕາມຮູບການບໍລິສັດຈຳກັດຜູ້ດຽວໂດຍ ທຶນຈົດທະບຽນ 100% ຂອງລັດ. ພະແນກທຸລະກຳຫຼັກຊັບ ຫວຽດນາມ ມີໜ້າທີ່ຕົ້ນຕໍແມ່ນກໍ່ສ້າງ ແລະ ປະກາດໃຊ້ບັນດາກົດລະບຽບກ່ຽວກັບການຕິດປະກາດລາຄາຫຼັກຊັບ, ທຸລະກຳຫຼັກຊັບ ແລະ ການເຄື່ອນໄຫວຂອງຕະຫຼາດຫຼັກຊັບ; ປະກາດມາດຖານຕິດຕາມກວດກາທຸລະກຳ. ຂໍ້ຕົກລົງສະບັບດັ່ງກ່າວ ມີຜົນສັກສິດນັບແຕ່ວັນທີ 20 ກຸມພາ 2021 ເປັນຕົ້ນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ