ສ້າງຕັ້ງສູນຊື້ຂາຍຢາລວມສູນແຫ່ງຊາດ

ສ້າງຕັ້ງສູນຊື້ຂາຍຢາລວມສູນແຫ່ງຊາດ - ảnh 1
(ພາບປະ​ກອ​ບອີນ​ເຕີ​ແນັດ)

(vovworld) - ​​ ​ລັດ​ຖະ​ບານ​ຫາກໍ່​ອອກ​ມະ​ຕ​ິ​ສ້າງ​ຕັ້​ງ​ສູນ​ຊື້​ຂາຍຢາ​ລວມ​ສູນ​ແຫ່ງ​ຊາດ ສັງ​ກັດ​ກະ​ຊວງ​​ທາ​ລະ​ນະ​ສຸກ. ສູນ​ຊື້​ຂາຍ​ຢາ​ລວມ​ສູນ​ແຫ່ງ​ຊາດ ແມ່ນ​ຫົວ​ໜ່ວຍ​ວິ​ຊາ​ການ​ສັງ​ກັດກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ມີ​ບົດ​ບາດ​ໜ້າ​ທີ່​ຈັດ​ຕ​ັ້ງ​ການ​ປະ​ມູນ​ລາ​ຄາ​ຢາ ​ໃນບັນ​ຊີ​ຊື້​ຂາຍ​ຢາລວມ​ສູນ​​ແຫ່ງ​ຊາດ ໂດຍ​ກະ​ຊ​ວງ​ສາ​ທາ​ລະ​ນະ​ສຸກ​ປ​ະ​ກາດ​ໃຊ້ ແລະ ຈັດ​ຕັ້ງ​ການ​ເຈ​ລະຈາ​ກ່ຽວ​ກັ​ບ​ລ​າ​ຄາ​ຢາ​​ທີ່​ມີ​ຊື່​ຢູ່​ໃນ​ບັນ​ຊີ​ຢາ​ເຈ​ລະ​ຈາ​​ລາ​ຄາຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ. ສູນ​ຊື້​ຂາຍ​ຢາ​ລວມ​ສູນ​ແຫ່ງ​ຊາດມີ​ຖາ​ນະ​ບຸກ​ຄົນ, ມີ​ການ​ປະ​ທັບ ແລະ ບັນ​ຊີ​ເພາະ​ຕ​າມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ. ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ​ໄດ້ກຳ​ນົດ​ລະ​ອຽດ​​ກ່ຽວ​ກັບໜ້າ​ທີ່, ສິດ​ອຳ​ນາດ ແລະ ໂຄງ​​ປະ​ກອບການ​ຈັດ​ຕັ້ງ​ຂອງສູນ​ຊື້​ຂາຍຢາ​ລວມ​ສູນ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ