ສ້າງຕັ້ງສະມາຄົມນັກຮົບກຳແພງເກົ່າ ກວາງຈີ້

ສ້າງຕັ້ງສະມາຄົມນັກຮົບກຳແພງເກົ່າ ກວາງຈີ້ - ảnh 1
ກຳແພງເກົ່າ ກວາງຈີ້
(ພາບປະກອບ)

(vovworld) - ກອງປະຊຸມໃຫຍ່ສ້າງຕັ້ງສະມາຄົມນັກຮົບກຳແພງເກົ່າ ກວາງຈີ້ ປີ 1972 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20/7, ຢູ່ ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນກ່ວາ 400 ຄົນເຊິ່ງແມ່ນນັກຮົບກຳແພງເກົ່າ ກວາງຈີ້ ໃນເມື່ອກ່ອນ. ປີ 1972, ຕໍ່ໜ້າ​ການ​ບຸກ​ໂຈມ​ຕີ​ຂອງ​ກອງທັບ ອາ​ເມ​ລິ​ກາ, ບັນດາ​ກຳລັງ​ປົກ​ປ້ອງ​ກຳ​ແພງ​ເກົ່າ ກວາງ​ຈີ້ ​ໄດ້​ຕໍ່​ສູ້​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ຕັດສິນ​ໃຈ​ຮັກສາ​ກຳ​ແພງ​ເກົ່າ ກວາງ​ຈີ້, ຍາດ​ເອົາ​​ໄຊຊະນະ​ດ້ານການ​ທະຫານ​ໃນ​ສະໜາມຮົບ​ເພື່ອ​ສ້າງ​ທ່າ​ແຮງ​ໃຫ້​ແກ່ ຫວຽດນາມ ​ໃນ​ການ​ເຈລະຈາ​ຢູ່​ກອງ​ປະຊຸມ ປາຣີ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ ຊີ້​ແຈ້ງວ່າ:

        “ນີ້​ແມ່ນ​ວຽກ​ງານ​ມີ​ຄວາມ​ໝາຍ​ແທດ​ຈິງ​ຂອງ​ບັນດາ​ນັກຮົບ​ກຳ​ແພງ​ເກົ່າ ກວາງ​ຈີ້ ​ເພື່​ອ​ແນ​ໃສ່​ເຕົ້າ​ໂຮມ, ລະດົມ​ກຳລັງ​ໃຈ, ຊ່ວຍ​ເຫຼືອ​ກັນ​ໃນ​ຊີວິດ​ການ​ເປັນ​ຢູ່, ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວຕອບ​ບຸນ​ແທນ​ຄຸນ​ບັນດາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ.​.​.​ ຈາກ​ນັ້ນ, ປຸກລຸກ​ມູນ​ເຊື້ອ​ປະຕິວັດ, ສຶກສາ​ຄວາມ​ຮັກ​ຕໍ່​ປະ​ເທດ​ຊາດ, ​ເປັນ​ແບບຢ່າງ​ເຂົ້າ​ຮ່ວມ​ການ​ປະ​ຕິ​ບັດ​ແນວທາງ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ປະຕິວັດ​ຂອງ​ພັກ ​ແລະ ປະຊາຊົນ.”

        ກອງ​ປະຊຸມ​ໃຫຍ່​ໄດ້​ເລືອກ​ເຟັ້ນທ່ານ ​ເລ​ຊວນ​​ແຕ໋ງ (​ແຂວງ ກວາງ​ຈີ້) ​ເປັນ​ປະທານ​ສະມາຄົມ.

ຂ່າວ/ບົດ​ອື່ນ