ສ້າງ​ຕັ້ງ​ສະ​ຫະ​ສະ​ມາ​ຄົມ Logistics ຮ່າ​ໂນ້ຍ

(VOVWORLD) -ວັນທີ 12 ພະຈິກ, ຢູ່ຮ່າໂນ້ຍ, ສະຫະສະມາຄົມ Logistics ຮ່າໂນ້ຍ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 1 ສະໄໝ 2022 – 2025. ທ່ານ ເຈິ່ນດຶກເຫັງຍ, ຜູ້ອຳນວຍການໃຫຍ່ ບໍລິສັດ Delta ສາກົນຈຳກັດ ໄດ້ຮັບການເລືອກຕັ້ງເປັນປະທານສະຫະສະມາຄົມ Logistics ຮ່າໂນ້ຍ ສະໄໝ 2022 -2025.
ສ້າງ​ຕັ້ງ​ສະ​ຫະ​ສະ​ມາ​ຄົມ Logistics ຮ່າ​ໂນ້ຍ - ảnh 1ກອງປະຊຸມໃຫຍ່ຄັ້ງທີ 1 ສະໄໝ 2022 – 2025

 

 
 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເຈິ່ນທິເຟືອງລານ, ຮັກສາການຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ຮ່າໂນ້ຍ ໄດ້ແບ່ງປັນວ່າ ປັດຈຸບັນ ຮ່າໂນ້ຍ ມີວິສາຫະກິດ 25.000 ແຫ່ງ ກຳລັງເຄື່ອນໄຫວໃນຂົງເຂດ Logistics. ເຖິງຢ່າງໃດກໍຕາມ, ບັນດາວິສາຫະກິດເຫຼົ່ານີ້ ຫາກໍຕອບສະໜອງໄດ້ປະມານ 25% ຄວາມຕ້ອງການຂອງການເຄື່ອນໄຫວເສດຖະກິດນະຄອນ, ສ່ວນຍັງເຫຼືອ ສ່ວນຫຼາຍແມ່ນບັນດາວິສາຫະກິດຕ່າງປະເທດຮັບຜິດຊອບ.

        ຂະແໜງອຸດສາຫະກຳ ແລະ ການຄ້ານະຄອນ ຮ່າໂນ້ຍ ຫວັງວ່າ ສະຫະສະມາຄົມ Logistics ຮ່າໂນ້ຍ ຈະເປັນຂົວເຊື່ອມຕໍ່ລະຫວ່າງອຳນາດການປົກຄອງນະຄອນກັບການເຄື່ອນໄຫວ Logistics ເຊິ່ງພວມດຳເນີນໃນບໍລິເວນນະຄອນ, ເປັນເສນາທິການ ແລະ ສ່ອງແສງໃຫ້ເຫັນບັນດານະໂຍບາຍທີ່ກ່ຽວຂ້ອງເຖິງການພັດທະນາການເຄື່ອນໄຫວ Logistics ແລະ ວິສາຫະກິດທີ່ຕອບສະໜອງບໍລິການ Logistics, ເພື່ອແນໃສ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ.

ງອກແອງ

ຕອບກັບ

ຂ່າວ/ບົດ​ອື່ນ