ສ້າງລັດຖະບານເອເລັກໂຕນິກ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງ ຫວຽດນາມ

(VOVWORLD) - ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບັນດາບົດຮຽນ, ບັນດາຜົນສຳເລັດກໍ່ຄືສິ່ງຈຳກັດໃນການຜັນຂະຫຍາຍລັດຖະບານເອເລັກໂຕນິກກັບບັນດາປະເທດ, ອົງການຈັດຕັ້ງສາກົນທີ່ມີຄວາມຕ້ອງການ.
ສ້າງລັດຖະບານເອເລັກໂຕນິກ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງ ຫວຽດນາມ - ảnh 1 ທີ່ກອງປະຊຸມ

ວັນທີ 13 ເມສາ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໋ຽນຢຸງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປະຊຸມເປີດສາກຂອງກອງປະຊຸມລະດູບານໃໝ່ (Spring Meeting 2019) ໂດຍທະນາຄານໂລກ (WB) ຈັດຕັ້ງ ກ່ຽວກັບການບໍລິຫານດີຈີຕອນ, ພັດທະນາລັດຖະບານດີຈີຕອນຢູ່ນະຄອນຫລວງ ວໍຊີງຕັນ ປະເທດ ອາເມລິກາ. ທ່ານລັດຖະມົນຕີ ມາຍຕ໋ຽນຢຸງ ໃຫ້ຮູ້ວ່າ: ໃນສະພາບການປະຕິວັດອຸດສາຫະກຳ 4.0, ລັດຖະບານ ຫວຽດນາມ ກຳນົດການສ້າງລັດຖະບານເອເລັກໂຕນິກ, ມຸ່ງໄປເຖິງລັດຖະບານດີຈີຕອນ, ສັງຄົມດີຈີຕອນ ແລະ ພື້ນຖານເສດຖະກິດດີຈີຕອນ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນໄລຍະປີ 2016 – 2020 ເພື່ອສ້າງພື້ນຖານໝັ້ນຄົງ ໃຫ້ແກ່ການຫັນປ່ຽນຢ່າງຮອບດ້ານໃນໄລຍະ 2021 – 2030. ທ່ານລັດຖະມົນຕີ ມາຍຕ໋ຽນຢຸງ ຢືນຢັນວ່າ: ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບັນດາບົດຮຽນ, ບັນດາຜົນສຳເລັດກໍ່ຄືສິ່ງຈຳກັດໃນການຜັນຂະຫຍາຍລັດຖະບານເອເລັກໂຕນິກກັບບັນດາປະເທດ, ອົງການຈັດຕັ້ງສາກົນທີ່ມີຄວາມຕ້ອງການ.

ຕອບກັບ

ຂ່າວ/ບົດ​ອື່ນ