ສ້າງສູນຜະລິດກຸ້ງຫວຽດນາມຢູ່ບາກລຽວ

ສ້າງສູນຜະລິດກຸ້ງຫວຽດນາມຢູ່ບາກລຽວ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມ

(vovworld) – ຕອນ​ເຊົ້າ​ວັນ​ທີ 20/9, ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ເປັນ​ປະທານ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ​ແຂວງ ບາກ​ລຽວ.

        ກ່າວຄຳ​ເຫັນ​ທີ່​ການ​ເຮັ​​ດວຽກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ ບາກ​ລຽວ​ທີ່ໄດ້​ຊອກ​ຫາ​ທິດ​ທາງ​ລະອຽດ​ເພື່ອ​ແກ້​ໄຂ​​ຄວາມ​ຫຍຸ້ງຍາກ​ຂອງ​ແຂວງ, ​ໃນ ສະພາບ​ທີ່​ແຂວງ​​ຖືກ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ແຂວງ​ໄດ້​ມີ​ຄວາມ​​ພະຍາຍາມຫຼາຍ​ຢ່າງ​ໃນ​ການ​ຫັນ​ປ່ຽນ​ໂຄງ​ປະກອບ​ເສດຖະກິດ, ມານະ​ພະຍາຍາມ​ເກັບ​ລາຍ​ຮັບ​​ເຂົ້າ​ງົບປະມານ, ດຶງດູດ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI), ມີ​ເຂດ​ລ້ຽງ​ກຸ້ງ​ເຕັກ​ໂນ​​​ໂລ​ຢີສູງ, ວຽກ​ງານ​​ຊີວິດ​ສັງຄົມ​ໄດ້​ຮັບ​ການ​ຮັບປະກັນ. ກ່ຽວ​ກັບ​ຂໍ້​ສະ​ເໜີ​ຂອງ​ແຂວງ ບາກລຽວ, ​ໃນ​ການສ້າງ​ເຂດ​ກະສິກຳ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​​ສູງ​​ເພື່ອພັດທະນາ​ກຸ້ງບາກ​ລຽວ, ທ່ານ​ນາຍົກລັດຖະມົນຕີ ຊີ້​ແຈ້ງວ່າ:

        “ການສ້າງ​ສູນ​ຜະລິດ​ກຸ້​ງ ຫວຽດນາມ, ສ້າງ​ເຄື່ອງໝາຍ​ການ​ຄ້າ​ໃຫ້​ກຸ້ງ ຫວຽດນາມ ​ໄດ້ຕິ​ດ​ພັນ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດລ້ອມ​ແບບ​ຍືນ​ຍົງ​ແມ່ນ​ບັນຫາ​ທີ່​ວາງ​ອອກ. ດັ່ງ​ນັ້ນ ຂ້າພະ​ເຈົ້າ​ເຫັນ​ດີ​ຕໍ່​ແຂວງ​ຈະ​ວາງ​ແຜນ​ເຂດ​ກະສິກຳ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີສູງ​ພັດທະນາ​ກຸ້ງ ບາກ​ລຽວ. ນີ້​ແມ່ນ​ທິດ​ທາງ​ທີ່​ຖືກຕ້ອງ, ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ນາຍົກລັດຖະມົນຕີ​ໄດ້​ເຫັນ​ດີ​ເຫັນ​ພ້ອມ. ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົ​ດ​ເປັນ​ເຈົ້າ​ການ​ພ້ອມ​ກັບ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, ກະຊວງ​ການ​ເງິນ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ມີ​ຫົວ​ເລື່ອງ​ສະ​ເພາະ​ເພື່ອ​ໜູນ​ຊ່ວຍ​​ແຜນ​ນະ​ໂຍບາຍ​ສຳຄັນ​ນີ້. ຕ້ອງ​ປະຕິບັດ​ແຜນ​ຮ່າງ​ນີ້​ຢູ່​ບໍລິ​ເວນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ທ້ອງ​ຖິ່ນ​ໄດ້​ຊອກ​ຫາ​ທິດ​ທາງ​ນັ້ນ​​ແລ້ວ, ​ຖ້າ​ຫາກ​ບໍ່​ສຸມ​ໃສ່​ການໜູນ​ຊ່ວຍ​ຈະ​ບໍ່​ສາມາດ​ແກ້​ໄຂ​ໄດ້.”


ຂ່າວ/ບົດ​ອື່ນ