ສ້າງສະພາບແວດລ້ອມເພື່ອເລີ່ມສ້າງອາຊີບຢ່າງມີຫົວຄິດປະດິດສ້າງຫວຽດນາມ

ສ້າງສະພາບແວດລ້ອມເພື່ອເລີ່ມສ້າງອາຊີບຢ່າງມີຫົວຄິດປະດິດສ້າງຫວຽດນາມ - ảnh 1
ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງ​ດີງ​ເຫ້ວກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ


(vovworld)- ວັນ​ທີ 21/9, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ​ໄດ້​ສົມ​ທົບ​ກັບ​ສະ​ຖານ​ທູດ​ອິດ​ສະ​ຣາ​ແອນ ແລະ ກຸ່ມ​ບໍ​ລິ​ສັດ FPT ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວ່າ​ດ້ວຍ​ຫົວ​ຂໍ້ “ ສ້າງ​ສະ​ພາບ​ແວດ​ລ້ອມ​ເພື່ອ​ເລີ່ມ​ສ້າງ​ອາ​ຊີບ​ຫວຽດ​ນາມ - ບົດ​ຮຽນ​ພຶດ​ຕິ​ກຳຈາກ​ອິດ​ສະ​ຣາ​ແອນ ”. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງ​ດີງ​ເຫ້ວ ໃຫ້​ຮູ້​ວ່າ ລັດ​ຖະ​ບານ​ໝັ້ນ​ໝາຍຍາມ​ໃດ​ກໍ​ຮ່ວມ​ເດີນ​ທາງ ແລະ ຮັບ​ໃຊ້​ວິ​ສາ​ຫະ​ກິດ​ເວົ້າ​ລວມ ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ເລີ່ມ​ສ້າງ​ອາ​ຊີບ​ເວົ້າ​ສະ​ເພາະ. ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງ​ດີງ​ເຫ້ວ ກ່າວ​ວ່າ : (ເທບ)

   “ ພວກ​ເຮົາ​ຄວນ​ຄົ້ນ​ຄ້​ວາ, ຮ່ຳ​ຮຽນ ແລະ ຫມູນ​ໃຊ້ບົດ​ຮຽນ​ຂອງ​ບັນ​ດາ​ປະ​ເທດ​ທີ່​ກ້າວ​ໜ້າ. ໃນ​ຂົງ​ເຂດ​ສ້າງ​ອາ​ຊີບ, ອິດ​ສະ​ຣາ​ແອນ ແມ່ນ​ປະ​ເທດ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ສຸດ​ໃນ​ໂລກ. ເຮັດ​ແນວ​ໃດ​ເພື່ອ​ໃຫ້​ຈຳ​ນວນ​ວິ​ສາ​ຫະ​ກິດ​ຂອງ​ພວກ​ເຮົາ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ແລະ ຈຳ​ນວນ​ວິ​ສາ​ຫະ​ກິດທີ່​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ”

ຂ່າວ/ບົດ​ອື່ນ