ສ້າງສະພາປະເມີນຜົນໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມຢູ່ເຂດຊົນເຜົ່າສ່ວນໜ້ອຍ, ເຂດພູສູງ
(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຕົກລົງສ້າງຕັ້ງສະພາປະເມີນຜົນໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມເຂດພໍ່ແມ່ພີ່ນ້ອງຊົນເຜົ່າສ່ວນໜ້ອຍແລະເຂດພູສູງໄລຍະ 2021 – 2030.
ພາບປະກອບ: Chinhphu.vn |
ລັດຖະມົນຕີກະຊວງແຜນການແລະການລົງທຶນເປັນປະທານສະພາ, ຮອງປະທານສະພາແມ່ນຮອງລັດຖະມົນຕີກະຊວງແຜນການແລະການລົງທຶນ. ສະພາປະເມີນຜົນມີໜ້າທີ່ຈັດຕັ້ງການປະເມີນບົດລາຍງານສະເໜີແຜນນະໂຍບາຍການລົງທຶນໂຄງການເພື່ອຍື່ນສະເໜີຕໍ່ລັດຖະບານ ພິຈາລະນາ, ຕົກລົງ, ຮຽກຮ້ອງໃຫ້ອົງການທີ່ໄດ້ຮັບໜ້າທີ່ກະກຽມບົດລາຍງານສະເໜີແຜນນະໂຍບາຍການລົງທຶນສະໜອງບັນດາເອກະສານ, ຂໍ້ມູນຂ່າວສານທີ່ກ່ຽວຂ້ອງໂຄງການເພື່ອຮັບໃຊ້ໃຫ້ແກ່ວຽກງານປະເມີນຜົນ, ເມື່ອມີຄວາມຈຳເປັນ ຕ້ອງດັດປັບ, ເພີ່ມເຕີມເອກະສານ ເພື່ອຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການຂອງການປະເມີນຜົນ. ສະພາປະເມີນຜົນກໍ່ໄດ້ພິຈາລະນາ, ຕັດສິນແຜນການປະເມີນຜົນແລະບັນຫາຕ່າງໆທີ່ກ່ຽວຂ້ອງໃນວິວັດການປະເມີນຜົນບົດລາຍງານເພື່ອສະເໜີແຜນນະໂຍບາຍການລົງທຶນໂຄງການ.