ສ້າງ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ແລະ ຊົນ​ຊັ້ນ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ໃນ​ຍຸກ​ສະ​ໄໝ​ຍູ້​ແຮງ​ການ​ຫັນ​ເປັນ​ເຕັກ​ໂນ​ໂລ​ຢີ ແລະ ທັນ​ສະ​ໄໝ

(VOVWORLD) -ຕອນບ່າຍວັນທີ 29 ພຶດສະພາ, ຢູ່ນະຄອນ ເຊີນລາ, ສູນກາງສະມາຄົມຊາວກະສິກອນ ຫວຽດນາມ ໄດ້ສົມທົບກັບແຂວງ ເຊີນລາ ຈັດກອງປະຊຸມສຳມະນາວິທະຍາສາດ “ສ້າງສະມາຄົມຊາວກະສິກອນ ຫວຽດນາມ ແລະ ຊົນຊັ້ນຊາວກະສິກອນ ຫວຽດນາມ ໃນຍຸກສະໄໝຍູ້ແຮງການຫັນເປັນປະເທດເຕັກໂນໂລຢີ ແລະ ທັນສະໄໝຮອດປີ 2030 ແລະ ວິໄສທັດຮອດປີ 2045”.
ສ້າງ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ແລະ ຊົນ​ຊັ້ນ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ໃນ​ຍຸກ​ສະ​ໄໝ​ຍູ້​ແຮງ​ການ​ຫັນ​ເປັນ​ເຕັກ​ໂນ​ໂລ​ຢີ ແລະ ທັນ​ສະ​ໄໝ - ảnh 1ທ່ານ ຫງວຽນແທ່ງກົງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເຊີນລາ (ພາບ: danviet.vn)

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນແທ່ງກົງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເຊີນລາ ເນັ້ນໜັກວ່າ:

“ໃນຍຸກສະໄໝແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງເສດຖະກິດ, ປະຊາຊົນຕ້ອງແມ່ນພາກສ່ວນທຳອິດ ແລະ ເປັນເຈົ້າກຳໃນຂໍ້ມູນການຜະລິດຂອງຕົນ, ຮູ້ເສີມຂະຫຍາຍມູນຄ່າຂອງຂໍ້ມູນການຜະລິດ. ຕ້ອງສ້າງຊົນຊັ້ນຊາວກະສິກອນທີ່ກຳແໜ້ນວິທະຍາສາດເຕັກໂນໂລຢີ. ແຂວງ ເຊີນລາ ໄດ້ປະຕິບັດທົດລອງການສ້າງເວັບໄຊຂາຍເຄື່ອງເອເລັກໂຕນິກ nongsansonla.vn ເພື່ອໃຫ້ປະຊາຊົນແຂວງ ເຊີນລາ, ເຈົ້າກຳຕົ້ນຕໍ, ສາມາດວາງຂາຍສິນຄ້າຂອງຕົນຜ່ານເວັບໄຊດັ່ງກ່າວ.”

ໃນກອງປະຊຸມສຳມະນາ, ບົດປະກອບຄຳເຫັນຕ່າງໆຂອງບັນດາກະຊວງ, ຂະແໜງການສູນກາງ ແລະ ບັນດາແຂວງ, ນະຄອນໃນທົ່ວປະເທດໄດ້ສຸມໃສ່ເຮັດແຈ້ງບັນຫາ, ແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບຊົນຊັ້ນກຳມະກອນ ແລະ ຈັດຕັ້ງສະມາຄົມຊາວກະສິກອນຕອບສະໜອງຍຸກສະໄໝຍູ້ແຮງຫັນເປັນເຕັກໂນໂລຢີ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ. ທ່າອ່ຽງ ພັດທະນາຂອງຊາວກະສິກອນ ຫວຽດນາມ; ການເປັນເຈົ້າຂອງ ແລະ ບົດບາດເປັນເຈົ້າຂອງຊາວກະສິກອນ ຫວຽດນາມ ໃນການພັດທະນາກະສິກຳ ແລະ ສ້າງຊົນນະບົດໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ