ສ້າງເຄືອຂ່າຍນັກຊ່ຽວຊານຊາວຫວຽດນາມອາໄສຢູ່ຕ່າງປະເທດ

ສ້າງເຄືອຂ່າຍນັກຊ່ຽວຊານຊາວຫວຽດນາມອາໄສຢູ່ຕ່າງປະເທດ - ảnh 1
ສ້າງເຄືອຂ່າຍນັກຊ່ຽວຊານຊາວຫວຽດນາມອາໄສຢູ່ຕ່າງປະເທດ
(ພາບ: vietq.vn)


​(vovworld) - ກອງ​ປະຊຸມ​ສຳ​ມະ​ນາ “ສ້າງ​ເຄືອ​ຂ່າ​ຍນັກ​ຊ່ຽວຊານ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ” ​ໂດຍ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຈັດ​ຕັ້ງ, ຖື​ກດຳ​ເນີນ​​ໃນວັນ​ທີ 24/06 ຢູ່​ແຂວງ​ກວາງ​ນິງ. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກວ່າ 70 ທ່ານເຊິ່ງ​ແມ່ນ​ການ​ນຳ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ບັນດາ​ນັກ​ຊ່ຽວຊານສາກົນ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ, ຍີ່​ປຸນ, ຝລັ່ງ, ອັງກິດ, ອົດສຕາ​ລີ… ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ​ເຈີ​ນດັກ​ຮ໋ຽນ, ຫົວໜ້​າກົມ​ຈັດ​ຕັ້ງ ​ແລະ ພະນັກງານ (ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ) ຖື​ວ່າ: ​ເພື່ອ​ດຶງ​ດູດ ​ແລະ ​ເສີ​ມ​ຂະຫຍາຍ​ບົດບາດ​ຂອງ​ເຄືອ​ຂ່າຍ​ນັກຊ່ຽວຊານ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໄດ້ ຕ້ອງ​ກຳ​ນົດ​ບັນດາ​ຂົງ​ເຂ​ດ​ວິທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີບຸລິມະ​ສິດ​ຈຳ​ເປັນ​ຕ້ອງ​ດຶງ​ດູດ​ນັກ​ຊ່ຽວຊານ; ສ້າງ​ມາດຖານ​ຂອງນັກຊ່ຽວຊານ​ທີ່​ຕ້ອງການ​ດຶງ​ດູດ​ໃນ​ແຕ່ລະ​ຂົງ​ເຂດ.

      ກອງ​ປະຊຸມ​ສຳມະ​ນາ​ມີ​ຄວາມ​ໝາຍ​ສຳຄັນ​ທີ​ສຸດ​ໃນ​ການ​ເຊື່ອມ​ຕໍ່​ບັນດານັກວິທະຍາສາດ, ນັກ​ປັນຍາ​ຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ບັນດາຄຳ​ແບ່ງປັນ, ຄຳ​ເຫັນ​ປະກອບ ພ້ອມ​ກັບ​ການ​ປຶກສາ​ຫາລື​ທີ່​ກອງ​ປະສຸ​ມສຳ​ມະ​ນາ​ ຈະ​ແມ່ນ​ຫຼັກ​ຖານ​ເພື່ອ​ໃຫ້​ນັກ​ວາງ​ແຜນ​ນະ​ໂຍບາຍ​ຫວຽດນາມ ປັບປຸງ​ກົນ​ໄກ, ນະ​ໂຍບາຍ​ດຶງ​ດູດ​​ປັນຍາ​ຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ນັກ​ຊ່ຽວຊານຊາວ​ຫວຽດນາມ ​ເກັ່ງກັບ​ຄືນເມືອ​ປະ​ເທດ​ເພື່ອ​ເຮັດ​ວຽກ.

ຂ່າວ/ບົດ​ອື່ນ