ສ້າງເງື່ອນໄຂດ້ານ ທຶນຮອນໃຫ້ຊາວ ປະມົງຕໍ່ກຳປັ່ນ ຫາປາທັນສະໄໝ


ສ້າງເງື່ອນໄຂດ້ານ ທຶນຮອນໃຫ້ຊາວ ປະມົງຕໍ່ກຳປັ່ນ ຫາປາທັນສະໄໝ - ảnh 1

(ພາບ: baomoi.com.vn)

(vovworld)-ທີ່​ວາລະ​ປະຊຸມ​ນັດ​ສາມັນ​ຂອງ​ລັດຖະບານ​ເມື່ອ​ວັນ​ທີ 29/5, ທ່ານ​ກາວ​ດຶກ​ຟາດ ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ລາຍ​ງານ​ຕໍ່​ລັດຖະບານ​ກ່ຽວ​ກັບ​ການ​ສ້າງ​ຮ່າງ​ມະຕິຕົກລົງ​ກ່ຽວ​ກັບ​ບາງ​ນະ​ໂຍບາຍ​ພັດທະນາ​ສິນ​ໃນ​ນ້ຳ. ໜ້າ​ເອົາ​ໃຈ​ໃສ່​ແມ່ນ, ຕາມ​ຮ່າງ​ມະຕິຕົກລົງ, ລັດຖະບານ​ຈະ​ຫລຸດ​ຜ່ອນ​ອັດ​ຕາ​ດອກ​ເບັ້ຍ​ເພື່ອ​ໃຫ້​ຊາວ​ປະມົງ​ກູ້​ຢືມ​ທຶນ​ຕໍ່ກຳ​ປັ່ນ, ດັດ​ແປງ​ກຳ​ປັ່ນ​ຂຸດ​ຄົ້ນສິນ​ທະ​ເລ, ລົງທຶນ​ພື້ນຖານ​ເຂດ​ລ້ຽງ, ຜະລິດ​ແນວ​ພັນ​ສິນ​ໃນ​ນ້ຳ; ສ້າງ​ກົນ​ໄກ​ສະດວກ​ສະບາຍ​ໃນ​ການ​ນຳ​ໃຊ້​ຊັບ​ສິນ​ແມ່ນ​ສິນ​ໃນ​ນ້ຳລ້ຽງ, ກຳ​ປັ່ນ​ຫາ​ປາ​ເພື່ອ​ຮັບປະກັນ​ທຶນ​ກູ້​ຢືມ, ກຳນົດ​ບັນດາ​ເງື່ອນ​ໄຂ​ໃຫ້​ກູ້​ຢືມ

​  ກ່ຽວກັບຂ່າວ​ດັ່ງກ່າວ, ອ້າຍ​ເຈິ່ນກວາງ​ຈຸ​ງ, ຊາວ​ປະມົງ​ຕາ​ແສງ​ແຫງ້ຍອານ, ​ແຂວງ​ກວາງ​ຫງ້າ​ຍ ​ໃຫ້​ຮູ້​ວ່າ:

   “​ເມື່ອ​ກ່ອນ​ຕ້ອງ​ມີ​ຊັບ​ສິນຄ້ຳປະກັນ​ຈຶ່ງ​ໄດ້​ກູ້​ຢືມ​ທຶນ. ຖ້າ​ລັດ​ລົບ​ລ້າງ​ນະ​ໂຍບາຍ​ເກົ່າ, ມີ​ກາ​ນ​ໃຫ້​ບຸລິມະສິດ​ໃໝ່, ຊາວ​ປະມົງ​ຈຶ່ງ​ລົງທຶນ​ຕໍ່ກຳ​ປັ່ນ​ຢ່າງ​ງ່າຍດາຍ​ກ່ວາ. ​ໄດ້​ກູ້​ຢືມ​ທຶນ​ບຸລິມະ​ສິດ​ເຖິງ 90% ​ເພື່ອ​ຕໍ່​ກຳ​ປັ່ນຫຸ້ມ​ເຫຼັກ, ຄຸນຄ່າ​ຂອງ​ກຳ​ປັ່ນ​ຈະ​ດີ​ກ່ວາ​ອີກ“.

  ບັນດາ​​ເນື້ອ​ໃນ​ລະບຸ​ໃນຮ່າງ​ມະຕິຕົກລົງ​ໄດ້​ຮັບ​ການ​ຕີ​ລາຄາ​ທີ່​ຕັ້ງໜ້າ​ຂອງ​ບັນດາ ສສຊ. ທ່ານ​ດັ້ງງອກ​ຕຸ່ງ ສສຊ ​ແຂວງ​ດົ່ງ​ນາຍ ​ໃຫ້​ຮູ້​ວ່າ:

   “​ໃນ​ວາລະ​ປະຊຸມ​ຂອງ​ລັດຖະບານ​ເມື່ອ​ວັນ​ທີ 29/5, ກໍ່​ມີ​ບັນດາ​ລັດຖະນະ​ໂຍບາຍ​ທີ່​ດີ​ທີ່​ສຸດ​ສຳລັບ​ຊາວ​ປະມົງ, ພິ​ເສດ​ແມ່ນ​ຊາວ​ປະມົງ​ຫາ​ປາ​ຢູ່​ໄກ​ຝັ່ງ. ​ແຜນ​ນະ​ໂຍບາຍ​ໃຫ້​ກູ້​ຢືມ​ທຶນ​ເພື່ອ​ຕໍ່ກຳ​ປັ່ນ​ຫຸ່ມເຫຼັກ​ເຖິງ 90% ​ໃນ​ໄລຍະ​ເວລາ 10 ປີ​ແຕ່​ອັດຕາ​ດອກ​ເບັ້ຍພຽງ 3% ​ເທົ່າ​ນັ້ນ​ແມ່ນ​ດີ​ທີ່​ສຸດ“.

ຂ່າວ​ດັ່ງກ່າວ​ໄດ້​ນຳ​ມາ​ເຊິ່​ງຄວາມ​ເບີກບານ​ມ່ວນ​ຊື່ນ​ໃຫ້​ແກ່​ຊາວ​ ປະມົງ. ຫວໍ້​ແທງ​ເຊີນ, ຊາວ​ປະມົງ​ຕາ​ແສງ​ແຫງ້ຍອານ, ນະຄອນ​ກວາງ​ຫງ້າ​ຍ, ​ແຂວງ​ກວາງ​ຫງ້າ​ຍ ​ໃຫ້​ຮູ້​ວ່າ:

   “ພັກ ​ແລະ ລັດ​ມີ​ນະ​ໂຍບາຍສ້າງ​ເງື່ອ​ນໄຂສະດວກ​ໃຫ້​ແກ່​ຊາວ​ປະມົງ, ຂ້າພະ​ເຈົ້າ​ກໍ່​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ສະໜັບສະໜູນ. ສະ​ເພາະ​ຂ້າພະ​ເຈົ້າ​ເອງ ຖ້າ​ຫາກລັດ​ໃຫ້​ກູ້​ຢືມ​ທຶນ​ເພື່ອ​ສາມາດ​ຕໍ່ກຳ​ປັ່ນ​ຫຸ້ມ​​ເຫຼັກ​ເພື່ອ​ອອກ​ ສູ່​ທະ​ເລ ທຳ​ມາ​ຫາ​ກິນ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ“.

  ຕາມ​ທ່ານ​ຟານ​ຮຸຍຮ່ວາງ, ຮອງ​ຫົວໜ້າ​ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນ​ນະ​ບົດ​ແຂວງ​ກວາງ​ຫງ້າ​ຍ, ​ເລື່ອງ​ລັດຖະບານ​ສ້າງ​ນະ​ໂຍບາຍ​ພັດທະນາ​ສິນ​ໃນນ້ຳ ຈຳນວນ​ໜຶ່ງ, ​ໃນ​ນັ້ນມີ​ການ​ໜູນ​ຊ່ວຍ​ດ້ານ​ທຶນຮອນ​ໃຫ້​ແກ່​ຊາວ​ປະມົງ​ຕໍ່ກຳ​ປັ່ນ​ ຫຸ້ມເຫຼັກ​ແມ່ນ​ແຜນ​ນະ​ໂຍບາຍ​ທີ່​ຖືກຕ້ອງ, ​ແທດ​ເໝາະ​ກັບ​ຄວາມ​ມຸ່ງ​ຫວັງ​ຂອງ​ປະຊາຊົນ:

   “ຂ້າພະ​ເຈົ້າຖື​ວ່າ, ນີ້​ແມ່ນ​ແຜນ​ນະ​ໂຍບາຍ​ຖືກຕ້ອງ ​ແລະ ຕິດ​ພັນ​ກັບ​ຕົວ​ຈິງ, ກ້າ​ລົງທຶນ​ໃຫ້​ຊາວ​ປະມົງ​ຕໍ່​ກຳ​ປັ່ນ​ຫຸ້ມ​ເຫຼັກ, ອອກ​ໄປ​ຫາ​ປາ​ຢູ່​ໄກ​ຝັ່ງ ​ແລະ ປະກອບສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ປະ​ເທດ​ຊາດ. ກຳ​ປັ່ນ​ຫຸ້ມ​ເຫຼັກ​ມີ​ຄວາມ​ປອດ​ໄພ​ກ່ວາ, ທັນ​ສະ​ໄຫມ​ກ່ວາ, ອັນ​ໄດ້​ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ຫັນ​ອາຊີບ​ຫາ​ປາ​ເປັນ​ທັນ​ສະ​​ໄໝ

   ຕາມ​ຮ່າງ​ມະຕິ​ຕົກລົງ​ທີ່​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດຍື່ນ​ສະ​ເໜີ​ຕໍ່​ລັດຖະບານ, ນະ​ໂຍບາຍ​ປະກັນ​ໄພ​ກໍ່​ຈະ​ເປີດ​ກ້ວາງ​ເປົ້າໝາຍ ​ແລະ ຂອບ​ເຂດ​ນຳ​​ໃຊ້​ເມື່ອ​ທຽບ​ກັບ​ນະ​ໂຍບາຍ​ປະກັນ​ໄພ​ທີ່​ປະຈຸ​ບັນ​ໄດ້​ນຳ​ໃຊ້​ໃຫ້​ແກ່​ການ​ຂຸດ​ຄົ້ນ ​ແລະ ການ​ບໍລິການ​ຂຸດ​ຄົ້ນສິນ​ທະ​ເລ​ຢູ່​ເຈື່ອງ​ຊາ, ຮ່ວາງ​ຊາ, ຮ້ານ​ເຈາະ​ນຳມັນ DK 1.

   ພາຍຫຼັງ​ວາລະ​ປະຊຸມ​ເມື່ອ​ຕອນ​ບ່າຍ​ວັນ​ທີ 30/5, ລັດຖະບາ​ນມອບ​ໃຫ້​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ສືບ​ຕໍ່​ສ້າງ​ຮ່າ​ງມະຕິ​ເປັນ​ສົມບູນ​ແບບ, ສະ​ເໜີ​ລັດຖະບານ​ປະກາດ​ໃຊ້​​ໃນ​ໄວ​ລາ​ໄວ​ທີ່​ສຸດ ./.

ຂ່າວ/ບົດ​ອື່ນ