ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ຄະນະນັກຂ່າວສາກົນປະຕິບັດງານ ຢູ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ
(VOVWORLD) - ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການທີ່ມີຄວາມໝາຍປະຫວັດສາດສຳຄັນພິເສດ, ສ້າງບາດລ້ຽວສຳຄັນໃນວິວັດການພັດທະນາຂອງຫວຽດນາມ.
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຖ່າຍຮູບກັບບັນດານັກຂ່າວ
(ພາບ: ກະຊວງການຕ່າງປະເທດ)
|
ວັນທີ 19 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ໄດ້ໃຫ້ການຕ້ອນຮັບຄະນະນັກຂ່າວຂອງບັນດາໜັງສືພິມພັກກອມມູນິດ, ບັນດາພັກທີ່ມີບົດບາດສຳຄັນຢູ່ບັນດາປະເທດ, ບັນດາອົງການສື່ມວນຊົນ ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ບັນດາສຳນັກຂ່າວສານສາກົນມາຫວຽດນາມ ເອົາຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ກອມມູນິດ ຫວຽດນາມ. ທ່ານນາງ ເລທິທູຮັ່ງ ຢັ້ງຢືນວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການທີ່ມີຄວາມໝາຍປະຫວັດສາດສຳຄັນພິເສດ, ສ້າງບາດລ້ຽວສຳຄັນໃນວິວັດການພັດທະນາຂອງຫວຽດນາມ, ບໍ່ພຽງແຕ່ສະຫຼຸບ, ຕີລາຄາຜົນສຳເລັດ 40 ປີແຫ່ງການປ່ຽນແປງໃໝ່ເທົ່ານັ້ນ ຫາກຍັງກຳນົດເປົ້າໝາຍ, ວິໄສທັດ, ຮັບຮອງເອົາບັນດານະໂຍບາຍຊີ້ຂາດອັນຖືກຕ້ອງ, ເຂັ້ມແຂງ, ນຳຫວຽດນາມກ້າວເຂົ້າສູ່ສັງກາດພັດທະນາໃໝ່.