ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ເພື່ອ​ສົ່ງ​ອອກ​ໝາກ​ໄມ້​ສົດ​ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ປຸງ​ແຕ່ງ​ຈາກ​ໝາກ​ໄມ້ ຂອງ ຫວຽດ​ນາມ ໄປ​ຍັງ ສ.ເກົາຫຼີ

(VOVWORLD) -ຄາດວ່າ, ກອງປະຊຸມສຳມະນາດັ່ງກ່າວ ຈະຖືກດຳເນີນພາຍໃນ 3 ວັນແຕ່ວັນທີ 27 – 29 ກໍລະກົດ 2021 ຕາມຮູບການທາງອອນລາຍ.
ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ເພື່ອ​ສົ່ງ​ອອກ​ໝາກ​ໄມ້​ສົດ​ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ປຸງ​ແຕ່ງ​ຈາກ​ໝາກ​ໄມ້ ຂອງ ຫວຽດ​ນາມ ໄປ​ຍັງ ສ.ເກົາຫຼີ - ảnh 1(ພາບປະກອບ: TTXVN)

  ເພື່ອແນໃສ່ຊຸກຍູ້ການສົ່ງອອກບັນດາຜະລິດຕະພັນກະເສດທີ່ເປັນທ່າແຮງຂອງ ຫວຽດນາມ, ພິເສດແມ່ນໝາກໄມ້ສົດ ແລະ ບັນດາຜະລິດຕະພັນທີ່ປຸງແຕ່ງຈາກໝາກໄມ້ ໄປຍັງ ສ.ເກົາຫຼີ ແລະ ໜູນຊ່ວຍບັນດາວິສາຫະກິດສົ່ງອອກຂອງ ຫວຽດນາມ ມີໂອກາດໄດ້ສຳຜັດ, ເຊື່ອມຕໍ່ກັບບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນຢູ່ຕະຫຼາດ ສ.ເກົາຫຼີ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ສົມທົບກັບອົງການສົ່ງເສີມການຄ້າ ແລະ ການລົງທຶນ ສ.ເກົາຫຼີ ( KOTRA) ຈັດຕັ້ງ “ກອງປະຊຸມສຳມະນາແລກປ່ຽນການຄ້າຜ່ານທາງອອນລາຍ ກ່ຽວກັບການຊຸກຍູ້ການສົ່ງອອກໝາກໄມ້ສົດ ແລະ ບັນດາຜະລິດຕະພັນປຸງແຕ່ງຈາກໝາກໄມ້ ຂອງ ຫວຽດນາມ ໄປຍັງລະບົບຈຳໜ່າຍຂອງ ສ.ເກົາຫຼີ”. ຄາດວ່າ, ກອງປະຊຸມສຳມະນາດັ່ງກ່າວ ຈະຖືກດຳເນີນພາຍໃນ 3 ວັນແຕ່ວັນທີ 27 – 29 ກໍລະກົດ 2021 ຕາມຮູບການທາງອອນລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ