ສ້າງເງື່ອນໄຂໃຫ້ສະມາຄົມການສຶກສາເບິ່ງແຍງສຸຂະພາບວົງຄະນາຍາດຫວຽດນາມສືບຕໍ່ພັດທະນາ

(VOVWORLD) -ລັດຖະບານຫວຽດນາມປາດຖະຫນາວ່າ ສະມາຄົມການສຶກສາເບິ່ງແຍງສຸຂະພາບວົງຄະນາຍາດຫວຽດນາມ ຈະມີການປະກອບສ່ວນຫລາຍກວ່າອີກສຳລັບວຽກງານການສຶກສາ ແລະ ເບິ່ງແຍງສຸຂະພາບປະຊາຊົນ. 

ນັ້ນແມ່ນຕອນຫນຶ່ງໃນບົດສະຫລຸບຂອງທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ທີ່ການເຮັດວຽກກັບສະມາຄົມດັ່ງກ່າວ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີ ສະມາຄົມຈົ່ງສົມທົບຢ່າງແຫນ້ນແຟ້ນກັບບັນດາກະຊວງ, ຂະແຫນງການກ່ຽວຂ້ອງ, ເປັນເຈົ້າການເສນາທິການ, ສະເຫນີບັນດາກົນໄກນະໂຍບາຍກ່ຽວກັບການສຶກສາ, ສາທາລະນະສຸກ ຕໍ່ລັດຖະບານ, ນາຍົກລັດຖະມົນຕີ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີ: ໃນຊຸມປີຈະມາເຖິງ ທິດທາງການເຄື່ອນໄຫວຂອງສະມາຄົມ ຈະຕິດພັນກັບແຜນນະໂຍບາຍຂອງພັກ, ລັດ ສຳລັບວຽກງານການສຶກສາ, ເບິ່ງແຍງສຸຂະພາບປະຊາຊົນ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີ ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ເປັນຕົ້ນແມ່ນກະຊວງສາທາລະນະສຸກ, ກະຊວງສຶກສາ ແລະ ບຳລຸງສ້າງຈົ່ງສົມທົບກັນ, ສ້າງເງື່ອນໄຂເພື່ອໃຫ້ສະມາຄົມ ຈັດຕັ້ງ, ຜັນຂະຫຍາຍປະຕິບັດບັນດາການເຄື່ອນໄຫວຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ