ສ້າງໂຄງປະກອບ ຄືນໃໝ່ ເພື່ອກຸ່ມບໍລິ ສັດນ້ຳມັນອາຍແກດມີ ກຳລັງແກ່ງແຍ້ງລະດັບ ສາກົນ

ສ້າງໂຄງປະກອບ ຄືນໃໝ່ ເພື່ອກຸ່ມບໍລິ ສັດນ້ຳມັນອາຍແກດມີ ກຳລັງແກ່ງແຍ້ງລະດັບ ສາກົນ - ảnh 1
ພາບປະກອບ

(vovworld) - ທ່ານ ​ເຈີ​ນວັນ​ຮ໋ຽວ, ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຫວຽດນາມ​ ​ໃຫ້​ຮູ້​ວ່າ: ນາຍົກລັດຖະມົນຕີຫວຽ​ດນາມ ຈະຮັບຟັງ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ດຫວຽດນາມ ລາຍ​ງານ​ແຜນ​ຮ່າງ​ສ້າງໂຄງ​ປະກອບຄືນ​ໃໝ່​ກ່ອນ​ວັນ​ທີ 31/3. ຕາມທ່ານ​ຮອງ​ລັດຖະມົນຕີ ​ເຈີ​ນວັນ​ຮ໋ຽວ ​ແລ້ວ, ດ້ວຍ​ຈຸດໝາຍສ້າງ​ໂຄງ​ປະກອບ​ຄືນ​ໃໝ່ ​ເພື່ອ​ແນ​ໃສ່​ຊ່ວຍ​ກຸ່ມ​ບໍລິສັດ​ເຄື່ອນ​ໄວ​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ​ອີກ, ມີ​ການ​ພັດທະນາ ດ້ວຍ​ກຳລັງ​ແກ່ງ​ແຍ້​ງລະດັບ​ສາກົນ. ​ເພາະ​ນີ້​ແມ່ນ​ກຸ່ມ​ບໍລິສັດ​ຕົ້ນ​ຕໍມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ພື້ນຖານ​ເສດຖະກິດ, ​ມີ​ຊັບ​ສົມບັດ​ກວມ​ປະມານ 30%, ນຳ​​ໃຊ້​ທຶນ​ກວມ​ປະມານ 37% ​ໃນ​ກຸ່ມ​ວິ​ສາ​ຫະກິດ​ແຫ່ງ​ລັດ. ດັ່ງ​ນັ້ນ, ​ໃນ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ກຸ່ມ​ບໍລິສັດ, ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ດ​ແຫ່ງ​ຊາດ​ຫວຽດນາມ​ຄວນ​ສຸມ​ໃສ່​ຈັດ​ຕັ້ງ​ຍຸດ​ທະ​ສາດ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຄືນ​ໃໝ່, ບົນ​ພື້ນຖານ​ນັ້ນສ້າງ​ໂຄງ​ປະກອບ​ຂະ​ແໜງ, ອາຊີ​ບ.​.​.ຄືນ​ໃໝ່.

ຕາມ​ທ່ານ ຟູ່ງດິ່ງ​ຖືກ, ປະທານ​ສະພາ​ສະມາຊິກ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ດ​ແຫ່ງ​ຊາດ​ຫວຽດນາມ ​ແລ້ວ,  ຈຸດໝາຍ​ຂອງ​ການ​ສ້າງ​ໂຄງ​ປະກອບ​ກຸ່ມ​ບໍລິສັດ ​ແມ່ນ​ສ້າງ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ດຫວຽດນາມ ກາຍ​ເປັນ​ວິ​ສາ​ຫະກິດ​ແຫ່ງ​ລັດ​ດີ​ທີ່​ສຸດ, ​ແມ່ນ​ເສົາ​ຄ້ຳ​ຂອງ​ເສດຖະກິດ​ແຫ່ງ​ລັດ. ສ້າງ​ໂຄງ​ປະກອບ​ຄືນ​ໃໝ່ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ, ກຳລັງ​ແກ່ງ​​ແຍ້​ງ ​ແລະ ພັດທະນາ​ແບບ​ຍືນ​ຍົງ, ສືບ​ຕໍ່​ຮັກສາ​ທີ່​ຕັ້ງ​ແມ່ນ​ກຸ່ມ​ບໍລິ​ສັດ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ ​ແລະ ສູ້​ຊົນ​ໃນ​ໄລຍະ 5 ປີ​ຈະ​ມາ​ເຖິງ ​​ໂດຍ​ເປັນ​ກຸ່ມ​ບໍລິສັດ​ເສດຖະກິດ​ເຂັ້ມ​ແຂງ​ໃນ​ພາກ​ພື້ນ, ມີ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ສະ​ເລ່ຍ​ແຕ່ 18 – 20%/ປີ.

ຂ່າວ/ບົດ​ອື່ນ