ສ້າງໂຄງປະກອບກະສິກຳຕ້ອງຕິດພັນກັບຮູບແບບເຕີບໂຕຢ່າງເໝາະສົມ

ສ້າງໂຄງປະກອບກະສິກຳຕ້ອງຕິດພັນກັບຮູບແບບເຕີບໂຕຢ່າງເໝາະສົມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢຸງ​ ກ່າວ​ຄວາມ​ເຫັນ​ທີ່
​ການ​ເຮັດ​ວຽກ​ກັບ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​
(ພາບ: VGP)

(vovworld) - ກ່າວ​ຄວາມ​ເຫັນ​ທີ່​ການ​ເຮັດ​ວຽກ​ກັບ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ ກ່ຽວ​ກັບ​ການສ້າງ​ໂຄງ​ປະກອບຂະ​ແໜງ​ຄືນ​ໃໝ່​ທີ່​ດຳ​ເນີນ​ໃນ​ວັນ​ທີ 25/8, ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢຸງ​ໄດ້​ໃສ່​ໃຈ​ວ່າ, ການສ້າງ​ໂຄງ​ປະກອບ​ກະສິກຳ​ຕ້ອງ​ຕິດ​ພັນ​ກັບ​ຮູບ​ແບບ​ເຕີບ​ໂຕ​ຢ່າງ​ເໝາະ​ສົມ; ຈາກ​ການ​ອີງ​ໃສ່​ຊັບພະຍາກອນ​, ຊັບພະຍາກອນ​ມະນຸດເປັນ​ຕົ້ນ, ຕ້ອງ​ຫັນ​ໄປ​ສູ່​ຮູບ​ແບບ​ພັດທະນາ​ເສດຖະກິດຕາມ​ລວງ​ເລິກ, ນຳ​ໃຊ້​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ, ຈາກ​ນັ້ນ​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ມູນ​ຄ່າ​ຜະລິດ​ຕະພັນ​ກະ​ເສດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢຸງ ກໍ່​ຊີ້​ແຈ້​ງວ່າ, ການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ ​ແມ່ນ​ຕ້ອງ​ຕິດ​ພັນ​ກັບ​ການ​ພັດທະນາ ​ແລະ ຄວາມ​ຕ້ອງການ​ຂອງ​ຕະຫຼາດ; ບັນດາ​ແຜນ​ຮ່າງ ​ແລະ ​ແຜນການ​ຕ້ອງ​ຕິດ​ພັນ​ກັບ​​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ການ​ພັດທະນາ​ເສດຖະກິດ​ຂະ​ແໜງ​ອາຊີບ​ຢູ່​ເຂດ​ຊົນນະບົດ ​ແລະ ປົກ​ປັກ​ຮັກສາ​ຊັບພະຍາກອນ ​ສິ່ງ​ແວດ​ລ້ອມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢຸງ, ຊີ້​ແຈ້ງວ່າ:

        “ການສ້າງ​ໂຄງ​ປະກອບກະສິກຳ ​ແມ່ນ​ຂົງ​ເຂດ​ສັບສົນ, ພວກ​ເຮົາ​ບໍ່​​ໄດ້​ຟ້າວ​ເຮັດ, ຫາກ​ຕ້ອງ​ມີ​ເວລາ​ເພື່ອ​ເຮັດ​ເທື່ອ​ລະ​ກ້າວ​ຢ່າງໝັ້ນຄົງ. ຕ້ອງ​ມຸ່ງ​ໄປ​ເຖິງ​ບັນດາ​ຜະລິດ​ຕະພັນ​ເຊິ່ງຕະຫຼາດ​ມີ​ຄວາມ​ຕ້ອງການ, ຈາກ​ນັ້ນ​ຕ້ອງ​ສ້າງ​ບັນດາ​ມາດຕະຖານ​ຜະລິດ​ຕະພັນ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ພາຍ​ໃນປະ​ເທດ ​ແລະ ຕ່າງປະ​ເທດ. ຄຽງຂ້າງ​ນັ້ນ, ຕ້ອງ​ກຳນົດ​ບັນດາ​ຜະລິດ​ຕະພັນ​ຕົ້ນຕໍ,​ມີ​ທ່າ​ໄດ້​ປຽບ​ໃນ​ການ​ແກ່ງ​ແຍ້​ງ ​ເພື່ອ​ສ້າງ​ໃຫ້​ມີ​ປະລິມານ​ສິນຄ້າ​ຢ່າງ​ຫຼວງ​ຫຼາຍ, ປະກອບສ່ວນ​ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ ​ແລະ ຫຼຸດຜ່ອນ​ລາຄາ​ຜະລິດ​ຕະພັນ“.

ຂ່າວ/ບົດ​ອື່ນ