ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ແມ່ນໜຶ່ງໃນບັນດາໜ້າທີ່ການເມືອງຈຸດສຸມ

ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ແມ່ນໜຶ່ງໃນບັນດາໜ້າທີ່ການເມືອງຈຸດສຸມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ
(ພາບ: Đức Tám/TTXVN)

(vovworld) – ວັນ​ທີ 6/8, ຢູ່​ຮ່າ​ໂນ້ຍ, ລັດຖະບານ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ​ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່ 7 ​ເດືອນ​ຕົ້ນ​ປີ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ແລະ ທ່ານຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ເຂົ້າ​ຮ່ວມ​ ​ແລະ ​ເປັນ​ປະທານ​ກອງ​ປະຊຸມ.

    ​ເມື່ອ​ສະຫລຸບກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຮຽກ​ຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​ແຫ່ງ​ລັດ ຍູ້​ແຮງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ ພ້ອມ​ທັງ​ການ​ປະຕິບັດ​ການສ້າງ​ໂຄງ​ປະກອບ​ຄືນ​ໃໝ່, ສຸມ​ໃສ່​ປັບປຸງຖັນ​ແຖວ​ພະນັກງານ​ການ​ນຳ​ວິ​ສາ​ຫະກິດ. ​ເນັ້ນ​ໜັກ​ເລື່ອງ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສະ​ຫະກິດ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າທີ່​ທາງ​ການ​ເມືອງຈຸດ​ສຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຮຽກຮ້ອງ​​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່​ນຕ້ອງ​ສຸມ​ໃສ່​ຊີ້​ນຳ​ຢ່າງ​ຂ້ຽວຂາດ ​ແນ​ໃສ່ຮັບປະກັນ​ຄວາມ​ຄືບ​ໜ້າ​ປະຕິບັດ​ບັນດາ​ຈຸດໝາຍທີ່​ໄດ້ວາງ​ອອກ​ຢ່າງ​ມີ​ປະສິດທິ​ຜົນ.​..

    ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຮຽກຮ້ອງ​ໃຫ້​ກະຊວງ​​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມຕ້ອງມີ​ບັນດາ​ນະ​ໂຍບາຍ​ເພື່ອ​ແກ້​ໄຂ​ສະພາບ​ການ​ເຫຼືອຄົນ​ງານ​​​​ໃນ​ວິວັດທະ​ນາ​ການ​ສ້າງ​ໂຄງ​ປະກອບ​ຄື​ນ​ໃໝ່ ​ແລະ ຫັນ​ເປັນ​ຫຸ້ນ​ສ່ວນ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ມີ​ນະ​ໂຍບາຍ​ໜູ​ນຊ່ວຍ​​ຊາວ​ຊົນ​ເຜົ່າປູກ ​ແລະ ຮັກສາ​ປ່າ ຕິດ​ພັນ​ກັບ​ການ​ຊີ້​ນຳ​ຜັນ​ຂະຫຍາຍ​ສ້າງ​ໂຄງ​ປະກອບ​ບັນດາ​ນິຄົມ​ປ່າ​ໄມ້​ຂອງ​ລັດ.



ຂ່າວ/ບົດ​ອື່ນ