ສາຍພົວພັນ ລາວ - ຫວຽດນາມ ແມ່ນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ມີຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຕະຫຼອດການ.

(VOVWORLD) -ສາຍພົວພັນ ລາວ - ຫວຽດນາມ ແມ່ນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ມີຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຕະຫຼອດການ 
ສາຍພົວພັນ ລາວ - ຫວຽດນາມ ແມ່ນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ມີຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຕະຫຼອດການ. - ảnh 1ທ່ານນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົວໜ້າຄະນະການຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ. (ພາບ: TTXVN)

ນີ້ແມ່ນຄຳຢັ້ງຢືນຂອງທ່ານນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົວໜ້າຄະນະການຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວເມື່ອຕອບສຳພາດຕໍ່ນັກຂ່າວຂອງສຳນັກຂ່າວສານ ຫວຽດນາມ ປະຈຳ ລາວ ກ່ຽວກັບໝາກຜົນຂອງການຢ້ຽມຢາມສັນຖະວະໄມຕີລາວຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ.

        ທ່ານນາງ ສູນທອນ ໄຊຍະຈັກ ໃຫ້ຮູ້ຕື່ມອີກວ່າ: ການເຈລະຈາ ລະຫວ່າງ ເລຂາທິການໃຫຍ່, ປະທານປະເທດຂອງສອງປະເທດ, ກໍ່ຄືການພົບປະ ແລະ ເຮັດວຽກກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ທ່ານນາງ ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້, ທັງສອງຝ່າຍລ້ວນແຕ່ຢັ້ງຢືນວ່າ ຈະສືບຕໍ່ຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາເພື່ອມູນເຊື້ອອັນດີງານ ແລະ ສາຍພົວພັນແບບພິເສດທີ່ຫາຍາກ, ບໍລິສຸດຜຸດຜ່ອງ ລະຫວ່າງສອງປະເທດ ນັບມື້ນັບ ບັນລຸໄດ້ໝາກຜົນຫຼາຍຢ່າງທີ່ມີຄຸນນະພາບ, ນຳມາເຊິ່ງຜົນປະໂຫຍດທີ່ແທ້ຈິງໃຫ້ແກ່ປະຊາຊົນທັງສອງປະເທດ. ພິເສດໃນການຢ້ຽມຢາມຄັ້ງນີ້, ສອງປະເທດໄດ້ລົງນາມໃນເອກະສານການຮ່ວມມື 9 ສະບັບ, ເປັນພື້ນຖານໃຫ້ແກ່ການຈັດຕັ້ງຜັນຂະຫຍາຍ, ຫັນການປະຕິບັດຂໍ້ຕົກລົງຂອງຜູ້ນຳຂັ້ນສູງຕະຫຼອກຮອດແຕ່ລະໂຄງການ, ແຕ່ລະຂະແໜງການເປັນຄວາມຈິງ. ສາຍ ພົວພັນ ລາວ - ຫວຽດນາມ ຈະໄດ້ຮັບການເພີ່ມທະວີ ແລະ ພັດທະນາ ສູງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ