ສານປະຊາຊົນຫວຽດນາມແລະລາວແບ່ງປັນບົດຮຽນໃນການພິພາກສາ

ສານປະຊາຊົນຫວຽດນາມແລະລາວແບ່ງປັນບົດຮຽນໃນການພິພາກສາ - ảnh 1
ພາບ​ປະ​ກອບ

(vovworld) –  ​ເນື່ອງ​ໃນ​ໂອ​ກາດ​ຄະ​ນະ​ຜູ້​ແທນ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ປະ​ເທດ ສ​ປ​ປ​ ລາ​ວ ມາ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ທານ​ສານ​ບັນ​ດາ​ປະ​ເທດ ອາ​ຊ​ຽນ, ວັນ​ທີ 11/12, ຢູ່ ຮ່າ​ໂນ້ຍ, ປະ​ສານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ຫວຽດ​ນາມ ເຈືອງ​ຮ່​ວາ​ບີ່ງ ​ໄດ້ເຈ​ລະ​ຈາ​ກັບ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ລ​າວ, ທ່ານ ຄຳ​ພັນ ສິດ​ທິ​ດຳ​ພາ. ທີ່​ການ​ເຈລະ​ຈາ, 2 ຝ່າຍ​ປາດ​ຖະ​ໜາ​ວ່າ: ​ຢາ​ກສືບ​ຕໍ່​ແລກ​ປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື ແລະ ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​ພິ​ພາກ​ສາ. 2 ຝ່າຍກໍ່​ແລກ​ປ່ຽນ​ບາງ​ເນື້ອ​ໃນ​ກ່ຽວ​ກັບ​ການ​ຈັດ​ຕັ້ງກອງ​ປະ​ຊຸມ​​ສານ​ບັນ​ດາ​ແຂວງ​ມີ​ຊາຍ​ແດນ​ຮ່ວມລະ​ຫວ່າງ 3 ປະ​ເທດ ລາວ, ຫວຽດ​ນາມ, ກຳ​ປູ​ເຈຍ ​ເຊິ່ງຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ທ້າຍ​ເດືອນ 12/2014 ຢູ່ ລາວ. ທ່ານ​ປະ​ທານສານ ເຈືອງ​ຮ່​ວາ​ບິ່ງ ໃຫ້​ຮູ້​ວ່າ: ສານ​ປະ​ຊາ​ຊົນ​ສູງ​ສຸດ ຫວຽດ​ນາມ ເຫັນ​ດີ​ເປັນ​ເອ​ກະ​ສັນ​ສູງ​​ກັບ​ບັນ​ດາ​ເນື້ອ​ໃນ​ໂດຍ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ລາວ​​ສ້າງ​ຂຶ້ນ. ທ່ານ ເຈືອງ​ຮ່​ວາ​ບີ່ງ ກໍ່​ເນັ້ນ​ໜັກ​ວ່າ: ກອງ​ປະ​ຊຸ​ມ​ສານ​ບັນ​ດາ​ແຂວງມີ​ຊາຍ​ແດນ​ຮ່ວມ​ລາວ, ຫວຽດ​ນາມ, ກຳ​ປູ​ເຈຍ ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ເພິ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສານ​ປະ​ຊາ​ຊົນ ຫວຽດ​ນາມ - ລາວ ເວົ້າ​ສະ​ເພາະ ແລະ ສານ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ ເວົ້າ​ລວມ.

 

 

 

 


ຂ່າວ/ບົດ​ອື່ນ